Presentation is loading. Please wait.

Presentation is loading. Please wait.

ການປະຊຸມສົນທະນາກ່ຽວກັບວິຊາຊີບ PROFESSIONALISM WORKSHOP

Similar presentations


Presentation on theme: "ການປະຊຸມສົນທະນາກ່ຽວກັບວິຊາຊີບ PROFESSIONALISM WORKSHOP"— Presentation transcript:

1 ການປະຊຸມສົນທະນາກ່ຽວກັບວິຊາຊີບ PROFESSIONALISM WORKSHOP

2 ວິຊາຊີບແມ່ນຫຍັງ? ວິຊາຊີບມີຄວາມໝາຍແນວຕໍ່ກັບ ທ່ານໝໍ ແລະ ພະນັກງານອື່ນໆທີ່ເຮັດວຽກການ ບໍລິການສຸຂະພາບ? ໃຫ້ກຸ່ມຄຶດຄວາມຄິດເຫັນຂອງຕົນ ແລະ ຂຽນ ໃສ່ກະດານຂາວ.

3 ຕໍ່ໄປນີ້ພວກເຮົາຈະໄດ້ສົນທະນາກ່ຽວກັບ ຄວາມສໍາຄັນຫຼັກໃນວິຊາຊີບ

4 ຄວາມຊື່ສັດ, ຄວາມເປັນຈີງ, & ກຽດຕິຍົດ
ສະແດງຄວາມເປັນຈີງຕໍ່ຄົນເຈັບ ຮູ້ຂີດຈໍາກັດດ້ານຄວາມຮູ້ ແລະ ທັກສະຂອງ ຕົນ ຂໍຄວາມຊ່ວຍເຫຼືອຈາກເພື່ອຮ່ວມງານເມື່ອ ມີຄວາມຕ້ອງການ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານຂາວ ເພື່ອເພີ່ມເຕີມເຂົ້າໃນຄວາມສໍາຄັນຫຼັກບໍ?

5 ເຫັນແກ່ປະໂຫຍດສ່ວນລວມ (ບໍ່ເຫັນແກ່ຕົວ)
ສ້າງນະໂຍບາຍປີ່ນປົວລ້າໃຫ້ຜູ້ທຸກຈົນ ຕອບສະໜອງຄວາມຕ້ອງການຂອງຄົນເຈັບ ກ່ອນຜົນປະໂຫຍດຂອງຕົນ (ຕົວຢ່າງ, ເລີກການ ຊ້າເພື່ອຊ່ວຍໃນການປີ່ນປົວຄົນເຈັບ) ເງີນເດືອນຂອງທ່ານໝໍ ແລະ ພະຍາບານ ແມ່ນ ຍັງໜ້ອຍບໍ່ພຽງພໍ, ແຕ່ວ່າຕ້ອງໄດ້ປີ່ນປົວຄົນ ເຈັບຢ່າງຕໍ່ເນື່ອງທຸກໆມື້ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານຂາວ ເພື່ອເພີ່ມເຕີມເຂົ້າໃນຄວາມສໍາຄັນຫຼັກບໍ?

6 ການເຄົບລົບນັບຖື ອະທິບາຍຄວາມຮ້າຍແຮງຂອງການເຈັບໃຫ້ ແກ່ຄົນເຈັບ ແລະ ແນະນໍາສະຖານທີ່ ທີ່ ສາມາດໄປກວດຕໍ່ ສື່ສານກັບຄົນເຈັບດ້ວຍພາສາທ້ອງຖີ່ນ ຮ່ວມມື ແລະ ເຮັດວຽກຮ່ວມກັບສະມາຊິກ ຄົນອື່ນໆໃນທີມງານ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານຂາວ ເພື່ອເພີ່ມເຕີມເຂົ້າໃນຄວາມສໍາຄັນຫຼັກບໍ?

7 ໜ້າທີ່ & ຄວາມຮັບຜິດຊອບ
ສ້າງຄວາມເຊື່ອໝັ້ນໃຫ້ຄົນເຈັບຮູ້ວ່າເຂົາໄດ້ຮັບການບໍລິການທີ່ ດີ ສ້າງສາຍສໍາພັນຄວາມເຊື່ອໝັ້ນລະຫວ່າງທ່ານໝໍ ແລະ ຊຸມຊົນ ຈໍາແນກ ແລະ ປັບປຸງບັນຫາຄວາມພໍໃຈຂອງຄົນເຈັບ ປະເມີນທັກສະ ແລະ ກວດເບີ່ງສະຖານທີ່ບໍລິການ ເພື່ອປັບປຸງ ການບໍລິການ ເກັບຂໍ້ມູນຕ່າງໆດ້ານສຸຂະພາບຂອງຄົນເຈັບໃຫ້ດີ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານຂາວ ເພື່ອເພີ່ມເຕີມ ເຂົ້າໃນຄວາມສໍາຄັນຫຼັກບໍ?

8 ຄວາມເມດຕາ & ເຂົ້າໃນຄວາມຮູ້ສຶກຂອງຜູ້ອື່ນ
ເປັນມິດ, ໃຈດີ, ສຸພາບ, ຍີ້ມແຍ້ມ ບໍ່ເຮັດໃຫ້ຄົນເຈັບຮູ້ສຶກວ່າອາການເຈັບຮູ້ສຶກ ບໍ່ດີກ່ຽວກັບການເຈັບເປັນ ພະຍາຍາມເຂົ້າໃຈວ່າການເຈັບເປັນມີຜົນ ກະທົບຕໍ່ຄົນເຈັບ ແລະ ຄອບຄົວຂອງເຂົາ ແນວໃດ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານ ຂາວ ເພື່ອເພີ່ມເຕີມເຂົ້າໃນຄວາມສໍາຄັນ ຫຼັກບໍ?

9 ຄວາມເອົາໃຈໃສ່ & ການປັບປຸງຕົວເອງ
ຄວາມເອົາໃຈໃສ່ & ການປັບປຸງຕົວເອງ ຊ່ວຍໃຫ້ໄດ້ເປັນທ່ານໝໍ 5 ດາວ ເປັນຜູ້ຮຽນຮູ້ດ້ວຍຕົວເອງສໍາລັບຄວາມຮູ້ອັນໃໝ່ ແລະ ຮຽນ ການສອນດ້ານທັກສະ (ຮຽນຈາກອິນເຕີເນັດ) ຈໍາແນກການປະຕິບັດທີ່ຍັງບໍ່ໄດ້ມາດຕະຖານ ແລະ ກະກຽມ ການຝຶກອົບຮົມພິເສດ ແລະ ຕິດຕາມຜົນໄດ້ຮັບ ຈາກແນກພາກສ່ວນທີ່ຍັງມີຄວາມຮູ້ບໍ່ໄດ້ມາດຕະຖານກ່ຽວ ກັບການບໍລິການສຸຂະພາບ ແລະ ກະກຽມເພີ່ມການຮຽນຮູ້ ມີຄວາມຄິດເຫັນອັນໃດທີ່ຢູ່ໃນກະດານຂາວ ເພື່ອເພີ່ມເຕີມ ເຂົ້າໃນຄວາມສໍາຄັນຫຼັກບໍ?

10 ຍັງມີປະເພດຄວາມສໍາຄັນຫຼັກຂອງວິຊາຊີບ ອັນໃດ ທີ່ພວກເຮົາສາມາດສ້າງຂື້ນໄດ້ຈາກ ຕົວຢ່າງໃນກະດານຂາວບໍ?
Are there any other categories of Main Values of Professionalism that we should create from the examples on the white board?

11 ພວກເຮົາຈະແຈກຢາຍເອກະສານທີ່ມີໝວດຄວາມສໍາຄັນຫຼັກ ແລະ ຕື່ມໃສ່ໃນແຕ່ລະປະເພດ ທີ່ທາງກຸ່ມໄດ້ສະເໜີຂໍ້ຄິດເຫັນມາ.
ຄວາມາ ກໍລະນີ #1 ກໍລະນີ #2 ກໍລະນີ #3 ກໍລະນີ #4 ກໍລະນີ #5 ກໍລະນີ #6 Honesty, Truth & Honor Unselfishness Respect Responsibility & Accountability Compassion & Empathy Dedication & Self-Improvement

12 ພວກເຮົາຈະພັກຜ່ອນ 15 ນາທີ

13 ພວກເຮົາຈະແບ່ງເປັນ ກຸ່ມຍ່ອຍ(ແຕ່ລະກຸ່ມ ປະມານ 6 ຄົນ)

14 ແຕ່ລະກຸ່ມຈະໄດ້ວິຈານ 2 ກໍລະນີ ດັ່ງຂ້າງລຸ່ມ ແລະ ຄົ້ນຄິດວ່າ ຄວາມສໍາຄັນຫຼັກຂອງວິຊາ ຊີບອັນໃດທີ່ສໍາຄັນຢູ່ໃນກໍລະນີດັ່ງກ່າວ. ມີແນວທາງໃດທີ່ຈະຄຸ້ມຄອງກໍລະນີໃຫ້ໄດ້ ລະດັບສູງຂອງວິຊາຊີບ? ພວກເຮົາຈະໃຊ້ເວລາ ນາທີ ໃນການ ຄົ້ນຄວ້າແຕ່ລະກໍລະນີຢູ່ໃນກຸ່ມຍ່ອຍ

15 ຕໍ່ໄປນີ້ພວກເຮົາຈະເຕົ້າໂຮມກັນຄືນ ເປັນກຸ່ມໃຫຍ່ ເພື່ອສົນທະນາແຕ່ລະ ກໍລະນີ
ພວກເຮົາຈະຂຽນຂໍ້ຄິດເຫັນຂອງພວກ ເຮົາກ່ຽວກັບກໍລະນີໃສ່ກະດານຂາວ

16 ກໍລະນີ #1 ທ່ານໝໍທີ່ທ່ານເຮັດວຽກນໍາຜູ້ໜຶ່ງ ໄດ້ປະຕິບັດວຽກ ງານບໍ່ໄດ້ດີໃນໄລຍະມໍ່ໆມານີ້. ສອງສາມເດືອນຜ່ານ ມາລາວ(ຜູ້ຍິງ)ໄດ້ເຮັດວຽກໜັກຫຼາຍ. ຄົນເຈັບທີ່ລາວ ເບີ່ງແຍງໄດ້ເສຍຊີວິດໃນເດືອນຜ່ານມາ ແລະ ເປັນ ເຫດການທີ່ບໍ່ຄາດຄິດມາກ່ອນ. ລາວໄດ້ຂາດບໍ່ມາ ເຮັດວຽກຢູ່ ຄຼີນິກຂອງລາວໄດ້ 1ມື້. ນໍ້າໜັກລາວໄດ້ ລຸດລົງ ແລະ ເບີ່ງຄືວ່າບໍ່ມີຄວາມໝັ້ນໃຈໃນການເຮັດ ວຽກ. ທ່ານເປັນຫ່ວງວ່າລາວມີພາວະຊືມເສົ້າ. ທ່ານຄວນເຮັດຫຍັງແດ? ຄວາມຮັບຜິດຊອບຂອງ ທ່ານທີ່ເປັນທ່ານໝໍຜູ້ໜຶ່ງ ແລະ ເປັນເພື່ອນຜູ້ໜຶ່ງຢູ່ ໃນສະຖານະການດັ່ງກ່າວມີແນວໃດ? ແມ່ນໃຜທີ່ທ່ານ ຄວນບອກໃຫ້ຮູ້ກ່ຽວກັບເລື່ອງນີ້? ທ່ານຄວນເວົ້າໂດຍ ກົງຕໍ່ລາວບໍ, ຫຼື ທ່ານຄວນເວົ້າກັບຜູ້ອື່ນ?

17 ກໍລະນີ #2 ຄົນເຈັບຜູ້ໜຶ່ງມາກວດຢູ່ OPD ໃນໂຮງໝໍເມືອງ ຂອງທ່ານ ດ້ວຍອາການໄຂ້ ແລະ ສັ່ນ, ເຈັບ ກ້າມຊີ້ນ ແລະ ມີຜື່ນອອກ(rash). ທ່ານໄດ້ສັ່ງກວດ ເລືອດຈໍານວນໜຶ່ງ ແລະ ເລີ່ມການປີ່ນປົວ, ແຕ່ ຫຼັງຈາກນັ້ນ 1 ອາທິດ ຄົນເຈັບມີອາການເຈັບໜ ັກຂື້ນ ແລະ ປະຈຸບັນມີອາການນໍ້າໜັກລຸດ. ທ່ານໄດ້ຂຽນລາຍການມະຕິພະຍາດທີ່ເປັນໄປໄດ້ ທີ່ດີແລ້ວ ແຕ່ການປີ່ນປົວບໍ່ໄດ້ຊ່ວຍໃຫ້ຄົນເຈັບ ດີຂື້ນ. ທ່ານຈະເຮັດແນວໃດຕໍ່ໄປ? ທ່ານຈະບອກຄົນ ເຈັບ ແລະ ຄອບຄົວຂອງເຂົາແນວໃດ?

18 ກໍລະນີ #3 ທ່ານໄດ້ໄປຢ້ຽມຄົນເຈັບຂອງທ່ານຜູ້ໜຶ່ງຢູ່ໃນໂຮງໝໍ ແລະ ພົບວ່າບໍ່ມີການບັນທຶກລົງໃນເອກະສານຄົນເຈັບ. ຄົນເຈັບໄດ້ບອກທ່ານວ່ານາງພະຍາບານໄດ້ເອົາຢາຈໍາ ນວນໜຶ່ງ ແລະ ກວດອາການເຈັບທ້ອງຂອງລາວ. ທ່ານ ບໍ່ແນ່ໃຈວ່າຢາທີ່ໄດ້ເອົາໃຫ້ຄົນເຈັບນັ້ນແມ່ນຢາຫຍັງ ແດ ແລະ ພະຍາບານໄດ້ຊ່ວຍແນວໃດຕໍ່ກັບອາການ ເຈັບທ້ອງ. ທ່ານຈະເຮັດແນວໃດຕໍ່ໄປ? ທ່ານຈະເວົ້າຕໍ່ກັບ ພະຍາບານທີ່ທ່ານເຮັດວຽກນໍານັ້ນແນວໃດ? ທ່ານຄວນ ເວົ້າກັບຄົນອື່ນກ່ຽວກັບເລື່ອງນີ້ບໍ?

19 ກໍລະນີ #4 ທ່ານກໍາລັງເຮັດວຽກຢູ່ໂຮງໝໍເມືອງ ແລະ ມີຄົນເຈັບ ຊົນເຜົ່າເຈັບທ້ອງເກີດລູກກະທັນຫັນມາໂຮງໝໍ. ແມ່ ມານບໍ່ໄດ້ຝາກທ້ອງ. ລາວມີອາການເຈັບທ້ອງເບັ່ງມາ ໄດ້ 3ຊົ່ວໂມງ. ຄອບຄົວລາວທຸກຈົນຫຼາຍ ແລະ ບໍ່ມີ ເງີນພຽງພໍເພື່ອຈ່າຍຄ່າຢາ. ການສື່ສານຫຍຸ້ງຍາກ ຍ້ອນການບໍ່ເຂົ້າໃຈພາສາທ້ອງຖີ່ນ. ທ່ານຈະມີຄວາມຮັບຜິດຊອບແນວໃດຕໍ່ຄົນເຈັບຜູ້ ນີ້? ທ່ານຮູ້ສຶກບໍ່ພໍໃຈທີ່ແມ່ມານບໍ່ໄດ້ຝາກທ້ອງ ແລະ ແກ່ຍາວເວລາຢູ່ບ້ານຈື່ງມາໂຮງໝໍ. ທ່ານຈະເວົ້າ ແນວໃດຕໍ່ຄົນເຈັບ ແລະ ຄອບຄົວຂອງລາວ?

20 ກໍລະນີ #5 ທ່ານໄດ້ເປັນຫົວໜ້າຈຸງານປີ່ນປົວຢູ່ໂຮງໝໍ ຂອງພວກທ່ານ ແລະ ມີການຕັດສິນໃຈໃນ ການປະເມີນໃຫ້ໂຮງໝໍຂອງທ່ານມີ ການເຄື່ອນໄຫວດີ. ໃນຖານະການປະກອບອາຊີບໃນສະຖານທີ່ ເຮັດວຽກ, ທ່ານຢາກຟັງຜູ້ໃດ? ທ່ານຈະ ຮວບຮວມຂໍ້ມູນແນວໃດ? ທ່ານຈະເຮັດການ ປ່ຽນແປງແນວໃດ?

21 ກໍລະນີ #6 ທ່ານໄດ້ໄປຕິດຕາມສຸກສາລາແຫ່ງໜຶ່ງຢູ່ໃນ ເມືອງຂອງພວກທ່ານ. ເມື່ອທ່ານໄປຮອດເຫັນວ່າ ປະຕູສຸກສາລາອັດ ແລະ ລັອກໄວ້ ແລະ ພະນັກງານບໍ່ໄດ້ຢູ່ໃນບໍລິເວນນັ້ນ. ຊາວບ້ານໄດ້ ບອກກັບທ່ານວ່າພວກເຂົາບໍ່ໄດ້ໄປຮັບບໍລິການຢູ່ ສຸກສາລາ ຍ້ອນວ່າເວລາພວກເຂົາເຂົ້າໄປຫາ ສຸກສາລາເພື່ອຮັບການປີ່ນປົວແຕ່ສຸກສາລາບໍ່ ເປີດໃຫ້ບໍລິການ. ທ່ານຈະເຮັດແນວໃດຕໍ່ໄປ? ທ່ານຈະສົນທະນາ ເລື່ອງນີ້ກັບຜູ້ໃດ? ທ່ານຈະເວົ້າກັບຊາວບ້ານ ແນວໃດ?

22 ມີຜູ້ໃດໃນກຸ່ມຢາກຈະເພີ່ມເຕີມກ່ຽວກັບຄວາມສໍາ ຄັນຫຼັກຂອງວິຊາຊີບຢູ່ໃນການປະຕິບັດການໃຫ້ ບໍລິການສຸຂະພາບຂອງພວກເຂົາ ແລະ ພວກເຂົາ ຢາກຈະເຫັນຜົນໄດ້ຮັບຫຍັງແດ Would anyone in the group like to share how they will use the Main Values of Professionalism in their medical practice and what benefits they hope to see?

23 ຂໍຄອບໃຈ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມ ສົນທະນາ
ພວກເຮົາຍິນດີຮັບເອົາຄໍາຕໍານິຕິຊົມຂອງ ທ່ານກ່ຽວກັບກອງປະຊຸມສົນທະນານີ້.


Download ppt "ການປະຊຸມສົນທະນາກ່ຽວກັບວິຊາຊີບ PROFESSIONALISM WORKSHOP"

Similar presentations


Ads by Google