Presentation is loading. Please wait.

Presentation is loading. Please wait.

ການຄຸ້ມຄອງກໍລະນີຄົນເຈັບຖືກກະທົບຫົວຢູ່ຂັ້ນໂຮງໝໍເມືອງ

Similar presentations


Presentation on theme: "ການຄຸ້ມຄອງກໍລະນີຄົນເຈັບຖືກກະທົບຫົວຢູ່ຂັ້ນໂຮງໝໍເມືອງ"— Presentation transcript:

1 ການຄຸ້ມຄອງກໍລະນີຄົນເຈັບຖືກກະທົບຫົວຢູ່ຂັ້ນໂຮງໝໍເມືອງ

2 ທົດສອບເບື້ອງຕົ້ນ (Pre-test)
ຄົນເຈັບຜູ້ນີ້ອາດຈະມີ: ກະດູກຄາງກະໄຕຫັກທັງສອງເບື້ອງ(Bilateral maxillary fractures) ກະດູກດັງຫັກ (Nasal fracture) ກະດູກພື້ນກະໂຫຼກຫົວແຕກ (Basal skull fracture) ກະດູກໜ້າພາກແຕກ (Frontal skull fracture)

3 ທົດສອບເບື້ອງຕົ້ນ (Pre-test)
ຜູ້ຊາຍ ອາຍຸ 70ປີ ຖືລົດຕໍາ. ຄົນໃນຄອບຄົວໄດ້ນໍາເອົາລາວໄປໂຮງໝໍເມືອງ. ລາວບໍ່ຮູ້ສະຕິ. ລາວບໍ່ມືນຕາ, ບໍ່ປາກ, ບໍ່ມີສຽງຫຍັງ, ແລະ ບໍ່ເໜັງຕິງເມື່ອຖືກກະຕຸ້ນ. ວົງຕາດໍາຍະອອກທັງສອງເບື້ອງ ແລະ ບໍ່ຕອບສະໜອງຕໍ່ແສງ. ຖາມວ່າສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວຢູ່ໃນພາວະຄາດຄະເນຮ້າຍແຮງ ແລະ ອາດເສຍຊີວິດຍ້ອນກະທົບຫົວ. ທ່ານຄວນແຍ່ທໍ່ຄໍ ແລະ ນໍາສົ່ງດ່ວນໄປໂຮງໝໍແຂວງທັນທີ. ຄະແນນ GCS ແມ່ນ 7. ທ່ານຄວນກວດການກະທົບຕອບຢູ່ແກ້ວຕາ ແລະ gag reflex (corneal and gag reflex). ລາວຄວນໄດ້ຮັບ diazepam ເພື່ອປ້ອງກັນອາການຊັກ

4 ທົດສອບເບື້ອງຕົ້ນ (Pre-test)
ຜູ້ຊາຍ ອາຍ 16ປີ ໄດ້ຂີ່ລົດຈັກແລ້ວເກີດອຸປະຕິເຫດ. ລາວບໍ່ໄດ້ໃສ່ໝວກກັນກະທົບ. ລາວບໍ່ຮູ້ສະຕິ, ເສັ້ນທາງຫາຍໃຈເປີດໂລ່ງ ແລະ ຫາຍໃຈ 8ເທື່ອຕໍ່ນາທີ. ຄວາມດັນເລືອດຂອງລາວແມ່ນ 180/100, ກໍາມະຈອນ 64. ວົງຕາດໍາບໍ່ຍະ ແລະ ຍັງຕອບສະໜອງຕໍ່ແສງ. ຖາມວ່າສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວອາດຈະມີຄວາມດັນໃນກະໂຫຼກຫົວສູງ. ລາວຄວນໄດ້ຮັບການແຍ່ທໍ່ຄໍ ແລະ ໃຫ້ສູບຫາຍ 20ເທື່ອຕໍ່ນາທີ. ລາວຄວນໄດ້ຮັບສານນໍ້າທາງເສັ້ນເລືອດນິ້ງ. ລາວຄວນໄດ້ຮັບຢາລົດຄວາມດັນເລືອດທາງເສັ້ນເລືອດນິ້ງ. ທ່ານຄວນແນະນໍາຄອບຄົວກ່ຽວກັບການນໍາສົ່ງລາວໄປໂຮງໝໍແຂວງ.

5 ທົດສອບເບື້ອງຕົ້ນ (Pre-test)
ສະຖານນະການໃດທີ່ຖືກຕ້ອງກ່ຽວກັບ subdural hematomas? ເລືອດໄຫຼຢູ່ກ້ອງ Dural (Subdural hematomas): ຜົນມາຈາກເສັ້ນເລືອດເຕັ້ນໃນສະໝອງ (Result from arterial bleeding in the brain) ຜົນມາຈາກເສັ້ນເລືອດນິ້ງຢູ່ຜິວສະໝອງຂາດ(Result from torn veins on surface of brain) ແມ່ນພົວພັນກັບ Axone ຖືກກະທົບແບບແຜ່ກະຈາຍ (Are often associated with diffuse axonal injury) ແມ່ນເກີດກັບເດັກນ້ອຍຫຼາຍກວ່າໝູ່ (Are most common in children) ການຄາດຄະເນແມ່ນດີກວ່າເລືອດໄຫຼໃນ epidural (epidural hematomas)

6 ທົດສອບເບື້ອງຕົ້ນ (Pre-test)
ເດັກຊາຍຜູ້ໜຶ່ງຖືກເອົາມາໂຮງໝໍເມືອງມື້ວານນີ້ ຫຼັງຈາກຖືກບາດເຈັບຈາກການກະທົບຫົວ. ຄະແນນ GCS ຂອງລາວເບື້ອງຕົ້ນແມ່ນ 11. ແຕ່ມື້ນີ້ຄະແນນ GCS ແມ່ນ 9 ແລະ ວົງຕາດໍາເບື້ອງຂວາຂອງລາວຍະອອກ ແລະ ບໍ່ຕອບສະໜອງຕໍ່ແສງ. ຖາມວ່າສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວມີເລືອດໄຫຼໃນກະໂຫຼກຫົວຢ່າງຊ້າໆ ລາວມີອາການສະໝອງບວມແບບແຜ່ກະຈາຍ (diffuse cerebral edema) ທ່ານຄວນແນະນໍາຄອບຄົວກ່ຽວກັບການນໍາສົ່ງລາວໄປໂຮງໝໍແຂວງ ລາວຄວນໄດ້ຮັບຢາ mannitol ລາວຄວນໄດ້ຮັບສານນໍ້າ D5W ທາງ IV

7 ພາກໄຂຫົວເລື່ອງ (Introduction)
ກະທົບຫົວຮ້າຍແຮງ ເປັນສາເຫດການເສຍຊີວິດທີ່ພົບຫຼາຍ ອຸປະຕິເຫດການສັນຈອນເປັນສາເຫດທີ່ພົບຫຼາຍ ການຄາດຄະເນຮ້າຍແຮງ/ ອັດຕາການຕາຍ ແລະ ອັດຕາການບາດເຈັບມີສູງ ເປັນການຕັດສິນໃຈຍາກໃນການເຮັດ (Difficult decisions to make): ບົ່ງມະຕິຍາກ ຢູ່ໃນບ່ອນທີ່ບໍ່ມີ CT scan ມູນຄ່າການນໍາສົ່ງຄົນເຈັບສູງ ແລະ ຄອບຄົວຕ້ອງໄດ້ໄປເຝົ້າຄົນເຈັບຢູ່ໂຮງໝໍແຂວງ ການເຮັດ CT scan ມີມູນຄ່າສູງ ຄົນເຈັບອາດໄດ້ຮັບຜົນປະໂຫຍດໜ້ອຍ (Patient may have poor outcome) ອາຍຸເປັນຕົວຊີ້ວັດໃນການຄາດຄະເນຜົນໄດ້ຮັບ (Age is a predictor of outcome) ການປີ່ນປົວໄດ້ຮັບຜົນດີໃນຄົນເຈັບໜຸ່ມ/ ໄດ້ຮັບຜົນໜ້ອຍໃນຄົນເຈັບສູງອາຍຸ

8 ພາກໄຂຫົວເລື່ອງ ການກະທົບຫົວ
“ເວລາ” ສາມາດເປັນຕົວ ”ວິກິດການ” (TIME is IMPORTANT) ເລືອດໄຫຼໃນກະໂຫຼກຫົວ ອາການສະໝອງບວມເພີ່ມຂື້ນ ສະໝອງຖືກກະທົບຈາດເລືອດໄຫຼ ຫຼື ການບວມ ຄວາມດັນໃນກະໂຫຼກຫົວເພີ່ມຂື້ນ ສະໝອງຂາດອົກຊີ່ແຊນ ສະໝອງຖືກທໍາລາຍຖາວອນ ເປັນການຍາກທີ່ຈະຮັບຮູ້ເຖີງຄວາມຮ້າຍແຮງ

9 ກາຍຍະວິພາກສາດຂອງສະໝອງ
ບໍລິມາດບັນຈຸໃນກະໂຫຼກຫົວ ສະໝອງ (Brain) ນໍ້າເຍື່ອຫຸ້ມສະໝອງ (CSF) ບໍລິມາດເສັ້ນເລືອດ ມີການຍະອອກເມື່ອ pCO2 ສູງ ມີການຫົດເຂົ້າເມື່ອ pCO2 ຕໍ່າ Head Trauma - 9 9

10 ການບັນຈຸໃນກະໂຫຼກຫົວ (Intracranial Perfusion)
ບໍລິມາດກະໂຫຼກຫົວໄດ້ຄົງທີ່ 80% = ສະໝອງໃຫຍ່, ສະໝອງນ້ອຍ ແລະ ເສົາສະໝອງ 12% = ເສັ້ນເລືອດ ແລະ ເລືອດ 8% = ນໍ້າເຍື່ອຫຸ້ມສະໝອງ (CSF) ຖ້າຂະໜາດຂອງສ່ວນປະກອບໃດໜຶ່ງເພີ່ມຂື້ນກໍ່ຈະເຮັດໃຫ້ຂະໜາດຂອງສ່ວນປະກອບອື່ນລຸດລົງ ການທີ່ບໍ່ສາມາດປັບບໍລິມາດໄດ້ = ເຮັດໃຫ້ ICP ເພີ່ມຂື້ນ

11 ຄວາມດັນໃນກະໂຫຼກຫົວ ບົດບາດຂອງຄວາມດັນເລືອດຕໍ່າທົ່ວລະບົບ (Role of Systemic Hypotension) ຄວາມດັນເລືອດຕໍ່າ ຫຼື ພາວະການບໍ່ທັນໄດ້ເຊີດຊູ ຈະເຮັດໃຫ້ ICP ສູງຂື້ນຕື່ມ ຄວາມດັນເລືອດຕໍ່າທົ່ວລະບົບ ສະໝອງຄວບຄຸມອັດຕະໂນມັດ ມີການຍະຂອງເສັ້ນເລືອດສະໝອງ ເຮັດໃຫ້ ICP ເພີ່ມຂື້ນ ຖ້າຄວາມດັນເລືອດເບື້ອງເທິງທົ່ວລະບົບ < 90 mmHg ເຖີງແມ່ນວ່າ 1 ໂອກາດ, ເຮັດໃຫ້ອັດຕາການຕາຍສູງຂື້ນ 1.5–2ເທົ່າ ຫຼີກລ້ຽງບໍ່ໃຫ້ມີພາວະຄວາມດັນເລືອດຕໍ່າໃນຄົນເຈັບທີ່ຖືກກະທົບຫົວ

12 ຄວາມດັນໃນກະໂຫຼກຫົວ ບົດບາດຂອງພາວະອົກຊີ່ແຊນໃນເລືອດຕໍ່າ (Role of Hypoxemia) ສະໝອງມີຄວາມຮູ້ສຶກໄວເພີ່ມຂື້ນຕໍ່ການຂາດເລືອດຫຼັງຖືກກະທົບ ອົກຊີ່ແຊນໃນເລືອດຕໍ່າ ເສັ້ນເລືອດສະໝອງຍະອອກ ເພີ່ມ ICP ອັດຕາການຕາຍເພີ່ມສູງຂື້ນໃນຄົນເຈັບທີ່ຖືກກະທົບຫົວ ແລະ ມີອົກຊີ່ແຊນໃນເລືອດຕໍ່າ ຫຼີກລ້ຽງພາວະອົກຊີ່ແຊນໃນເລືອດຕໍ່າ ໃນຄົນເຈັບທີ່ຖືກກະທົບຫົວ

13 ຄວາມດັນສາມາດເປັນສາເຫດເຮັດໃຫ້ອະໄວຍະວະເຄື່ອນຍ້າຍບ່ອນ
ຄວາມດັນເພີ່ມຂື້ນ ກົດໜີບຈີວະຂອງສະໝອງ ສະໝອງເລີ່ມເກີດເປັນອະໄວຍະວະລອດເຂົ້າຮູ foramen magnum ລົງສູ່ເຂດເສົາສະໝອງ(brainstem) ເຮັດໃຫ້ການລໍ່ລ້ຽງຂອງເລືອດລຸດລົງ ອາການ ແລະ ການສະແດງຂອງເສົາສະໝອງຖືກຄວາມດັນກົດໜີບ(brainstem) ສະຕິຖືກແຕະຕ້ອງ ວົງຕາດໍາຍະອອກ ການຫາຍໃຈບໍ່ສະໝໍ່າສະເໝີ ຫົວໃຈຕີຊ້າ ຄວາມດັນເລືອດສູງ

14 ໜັງຫົວຖືກກະທົບ(Scalp Injuries)
ບາດແຜໜັງຫົວ ມີເສັ້ນເລືອດຫຼາຍ, ສາມາດເສຍເລືອດຫຼາຍ ສາມາດເຮັດໃຫ້ຊັອກໃນເດັກນ້ອຍ ໃນຜູ້ໃຫຍ່, ຊັອກແມ່ນເກີດຈາກສາເຫດອື່ນ ການຄຸ້ມຄອງ ບໍ່ມີການແຕກມຸ່ນ: ໃຫ້ກົດໜີບບາດແຜ ແລະ ຫຍິບ ມີການແຕກມຸ່ນ: ໃຫ້ປົກແຜ, ຫຼີກລ້ຽງການກົດໜີບບາດແຜ Head Trauma - 14 14

15 ກະໂຫຼກຫົວແຕກ(Skull Fractures)
ມີຄວາມແຮງເກີນເຮັດໃຫ້ກະດູກກະໂຫຼກຫົວແຕກ ຮູບແບບ ເສັ້ນຊື່(Linear) ຖືກໜີບ(Depressed) ແບບເປີດ(Open) ວັດຖຸສຽບຄາ (Impaled Object)

16 ກະໂຫຼກຫົວແຕກ(Skull Fractures)
ການສົງໃສວ່າມີກະດູກແຕກ ມີຟົກຊໍ້າຂະໜາດໃຫຍ່ ຫຼື ບວມຊໍ້າຂະໜາດໃຫຍ່ ການຄຸ້ມຄອງ ປົກບາດແຜ, ຫຼີກລ້ຽງການກົດໜີບເກີນໄປ Head Trauma - 16 16

17 ກະໂຫຼກຫົວແຕກ(Skull Fractures)
ກະໂຫຼກຫົວແຕກແບບຖືກກົດໜີບ ຄົນເຈັບຄວນຖືກສົ່ງໄປໂຮງໝໍແຂວງເພື່ອດືງກະດູກຂື້ນມາ ຖ້າວ່າ: ກະດູກຖືກໜີບລົງຕໍ່າກວ່າຄວາມໜາຂອງກະດູກທີ່ອ້ອມຂ້າງ ກະດູກແຕກແບບເປີດ ລະບົບປະສາດຖືກກະທົບຈາກ ICP ເພີ່ມຂື້ນ

18 ກະດູກພື້ນກະໂຫຼກຫົວ (Basal Skull) ບໍ່ໄດ້ປ້ອງກັນ ໂຄງສ້າງເປັນຊ່ອງເປາະບາງ
ແຕກຫັກງ່າຍ

19 ກະໂຫຼກຫົວແຕກ(Skull Fractures)
ອາການສະແດງເຖີງພື້ນກະໂຫຼກ ຫົວແຕກ Retroauricular Ecchymosis ມີຟົກຊໍ້າດ້ານຫຼັງຫູ(Retroauricular Ecchymosis) Periorbital Ecchymosis ຟົກຊໍ້າອ້ອມຕາທັງສອງຂ້າງ(Bilateral Periorbital Ecchymosis)

20 ພື້ນກະໂຫຼກຫົວແຕກ (Basal Skull Fracture)
Retroauricular ecchymosis Periorbital Ecchymosis Basilar skull fracture indicated by any of following: Bleeding from ear or nose Clear or serosanguineous fluid running from nose or ear Swelling and/or discoloration behind ear (Battle’s sign) Swelling and discoloration around both eyes (raccoon eyes) Battle’s sign can occur from immediately following injury to within 1–2 hours postinjury. Raccoon eyes are a sign of anterior basilar skull fracture. Through thin cribriform plate in upper nasal cavity and allow spinal fluid and/or blood to leak out. Raccoon eyes with or without drainage from nose are an absolute contraindication to inserting a nasogastric tube or nasotracheal intubation. Head Trauma - 20 20

21 ພື້ນກະໂຫຼກຫົວແຕກ (Basal Skull Fracture)
ອາການສະແດງອື່ນໆ: ມີເລືອດຢູ່ດ້ານຫຼັງເຈ້ຍຫູ ມີອອກດັງ ຫຼື ນໍ້າອອກຫູ(Rhinorrhea or Otorrhea) (ກວດຫາທາດແຫຼວສໍາລັບ 2-circle sign) ບໍ່ໃຫ້ແຍ່ທໍ່ກະເພາະຜ່ານດັງ ເພາະອາດເຮັດໃຫ້ທໍ່ນັ້ນເຂົ້າໄປໃນຮອຍແຕກຂອງພື້ນກະໂຫຼກຫົວແລ້ວເຂົ້າໄປໃນກະໂຫຼກຫົວ

22 ກະໂຫຼກຫົວແຕກ (Basal Skull Fracture)
ພື້ນກະໂຫຼກຫົວແຕກ ອາດເຮັດໃຫ້ dura ຈີກ ເຮັດໃຫ້ CSF ໄຫຼອອກດັງ ຫຼື ຫູ ຕີລາຄາທາດແຫຼວສໍາລັບ“ (2 circle sign) Blood CSF

23 ການຈັດປະເພດ ຂັ້ນຕົ້ນ (Primary) ເກີດຂື້ນໃນເວລາທີ່ຖືກກະທົບ
ຂັ້ນສອງ (Secondary) ສາເຫດຂອງຂັ້ນສອງແມ່ນປັດໃຈທີ່ມາຈາກຜົນຂອງການຖືກກະທົບໃນຂັ້ນຕົ້ນ. (ເຊັ່ນ. ສະໝອງບວມ)

24 ການກະທົບສະໝອງ (Brain Injury)
ກະທົບສະໝອງຂັ້ນຕົ້ນ ຖືກທໍາລາຍທັນທີຈາກແຮງ ກະທົບ ສະໝອງຖືກກະທົບຢູ່ດ້ານທີ່ ຖືກແຮງຕໍາ ແລະ ສະໝອງ ຖືກກະທົບຢູ່ດ້ານກົງກັນຂ້າມ ກັບດ້ານທີ່ຖືກແຮງຕໍາ (Coup ແລະ contrecoup) ເກີດຂື້ນໃນເວລາຖືກກະທົບ Head Trauma - 24 24

25 ຮູບແບບສະໝອງຖືກກະທົບຂັ້ນຕົ້ນ
Coup ສະໝອງຖືກກະທົບຢູ່ດ້ານທີ່ຖືກແຮງຕໍາໂດຍກົງ Contrecoup ສະໝອງຖືກກະທົບຢູ່ດ້ານທີ່ກົງກັນຂ້າມກັບດ້ານທີ່ຖືກແຮງ ຕໍາໂດຍກົງ

26 ສະໝອງຖືກກະທົບຂັ້ນສອງ
ການຕອບໂຕ້ຕໍ່ການບາດເຈັບ ເກີດມີສະໝອງບວມ ເພີ່ມ ICP ຂື້ນ ເລືອດໄຫຼໄປສະໝອງລຸດລົງ ການລໍ່ລ້ຽງລຸດລົງ ສະໝອງຂາດອົກຊີ່ແຊນ Head Trauma - 26 26

27 ສະໝອງຖືກກະທົບຂັ້ນສອງ
ຜົນຈາກການຂາດອົກຊີ່ແຊນ ຫຼື ການລໍ່ລ້ຽງລຸດລົງ ການຕອບໂຕ້ຕໍ່ການບາດເຈັບຂັ້ນຕົ້ນ ເກີດຂື້ນໃນຫຼາຍຊົ່ວໂມງຕໍ່ມາ ການຄຸ້ມຄອງ ການດູແລທີ່ດີ ຢູ່ສະຖານທີ່ເກີດເຫດ ຫຼື ກ່ອນຈະມາຮອດ ໂຮງໝໍ ສາມາດຊ່ວຍລຸດຜ່ອນການເກີດ ສະໝອງຖືກກະທົບ ຂັ້ນສອງ Head Trauma - 27 27

28 ອາການ ແລະ ອາການສະແດງຂອງສະໝອງຖືກກະທົບ
ສະຕິຖືກແຕະຕ້ອງ ບໍ່ຮູ້ສະຕິ ມີການສັບສົນ ມີການແຕະຕ້ອງດ້ານບຸກຄະລິກ ມີອາການຫຼົງໆລືມໆ(Amnesia) Cushing’s Reflex BP ເພີ່ມຂື້ນ ຫົວໃຈຕີຊ້າ ຫາຍໃຈບໍ່ສະໝໍ່າສະເໝີ ອາການອື່ນໆ ມີການຮາກ ການຕອບສະໜອງຕໍ່ແສງຂອງວົງຕາດໍາມີການປ່ຽນແປງ ທ່າທາງແຂນພັບເຂົ້າ, ຂາຢຽດຊື່ (Decorticate posturing)

29 ແຍກປະເພດສະໝອງຖືກກະທົບ
ສະເພາະຈຸດ (Focal) ເກີດຂື້ນເປັນບໍລິເວນສະເພາະຈຸດໃນສະໝອງ ຮູບແບບ ສະໝອງຟົກຊໍ້າ (Cerebral Contusion) ເລືອດໄຫຼໃນກະໂຫຼກຫົວ (Intracranial Hemorrhage) Epidural hematoma Subdural hematoma ເລືອດໄຫຼໃນສະໝອງ (Intracerebral Hemorrhage) ແຜ່ກະຈາຍ (Diffuse) ສະໝອງຖືກກະທົບຢ່າງແຮງ (Concussion) Axone ຖືກບາດເຈັບແຜ່ກະຈາຍປານກາງ Axone ຖືກບາດເຈັບແຜ່ກະຈາຍຮ້າຍແຮງ

30 ສະໝອງຖືກກະທົບສະເພາະຈຸດ
ສະໝອງຟົກຊໍ້າ ເກີດຂື້ນເມື່ອສະໝອງກະທົບກັບຜະໜັງດ້ານໃນຂອງກະໂຫຼກຫົວ ໃນເມື່ອຖືກກະທົບຈາກການຕໍາທີ່ບໍ່ທະລຸ ຜົນມາຈາກການກະທົບແບບ coup-contrecoup ສາເຫດຈາກການມີເລືອດໄຫຼຈາກເສັ້ນເລືອດຝອຍເຂົ້າສູ່ຈີວະສະໝອງ 50% ຂອງການກະທົບຫົວປານກາງ ໄປສູ່ ຮ້າຍແຮງ ແມ່ນກະທົບປິດ ອາການ ເສຍສະຕິແກ່ຍາວ ຟົກຊໍ້າຮ້າຍແຮງ/ ຄວາມຈໍາເສື່ອມ ບາງທີປະສາດເສື່ອມລົງ

31 ສະໝອງຖືກກະທົບສະເພາະຈຸດ ເລືອດໄຫຼໃນກະໂຫຼກຫົວ
Epidural Hematoma 5% ຂອງກະທົບຫົວຮ້າຍແຮງ ພົບຫຼາຍໃນຄົນເຈັບໜຸ່ມ ເກີດຂື້ນຈາກກະໂຫຼກຫົວແຕກ ເຮັດໃຫ້ເສັ້ນເລືອດເຕັ້ນ meningeal ສາຍກາງຖືກຈີກຂາດ ມີເລືອດອອກລະຫວ່າງ dura mater ແລະ ກະດູກກະໂຫຼກຫົວ ມີເລືອດອອກໄວ ພ້ອມກັບອາການຊຸດໂຊມລົງໄວ

32 ສະໝອງຖືກກະທົບສະເພາະຈຸດ ເລືອດໄຫຼໃນກະໂຫຼກຫົວ
Epidural hematoma ລະດັບຂອງສະຕິ ເສຍສະຕິເບື້ອງຕົ້ນ “Lucid interval” follows ສະຕິເສື່ອມລົງພາຍໃນ 6 ຊົ່ວໂມງ ອາການສົມທົບ ວົງຕາດໍາເບື້ອງທີ່ຖືກະທົບຍະອອກ ແລະ ບໍ່ຕອບສະໜອງຕໍ່ແສງ (Unilateral dilated fixed pupil) ອາການສະແດງຂອງການທີ ICP ເພີ່ມຂື້ນ ເສຍສະຕິ ມີການລ່ອຍຢູ່ເບື້ອງກົງກັນຂ້າມກັບບ່ອນຖືກກະທົບ (Contralateral paralysis) ຖ້າການຈໍາແນກໄດ້ໄວ ເຮັດໃຫ້ການຜ່າຕັດສາມາດເຮັດໄດ້ຜົນດີ ໃນຄົນເຈັບໜຸ່ມໃຫ້ສົງໃສວ່າເປັນໄປໄດ້ທີ່ມີກະດູກກະໂຫຼກຫົວເຂດ temporal ແຕກ . Head Trauma - 32 32

33 ສະໝອງຖືກກະທົບສະເພາະຈຸດ ເລືອດໄຫຼໃນກະໂຫຼກຫົວ
Subdural Hematoma ມີເລືອດອອກຢູ່ພາຍໃນເຍື່ອຫຸ້ມສະໝອງ ຢູ່ດ້ານໃນ dura mater ສົມທົບກັບການມີ Axone ຖືກກະທົບກະຈາຍກວ້າງກວ່າ epidural hematoma ປົກກະຕິແຮງຂອງການກະທົບຈະແຮງກວ່າ ມີເລືອດອອກຢ່າງຊ້າໆຈາກເສັ້ນເລືອດນິ້ງ ຢູ່ໃນລະຫວ່າງກາງຂອງສະໝອງ ແລະvenous sinuses ສະໝອງຫຼີບ(ie. ໃນຄົນເຈັບສູງອາຍຸ ຫຼື ຂີ້ເຫຼົ້າ) ເຮັດໃຫ້ຄົນເຈັບມີປັດໃຈສ່ຽງສູງ

34 ສະໝອງຖືກກະທົບສະເພາະຈຸດ ເລືອດໄຫຼໃນກະໂຫຼກຫົວ
Subdural Hematoma ອາການໄດ້ເກີດຂື້ນໃນຫຼາຍມື້ຕໍ່ມາ ສະຕິໄດ້ຊຸດໂຊມລົງຢ່າງຊ້າໆ ການຄາດຄະເນຮ້າຍແຮງກວ່າຄົນເຈັບທີ່ມີ epidural hematoma % ເສຍຊີວິດ

35 ສະໝອງຖືກກະທົບສະເພາະຈຸດ ເລືອດໄຫຼໃນກະໂຫຼກຫົວ
Subdural hematoma ອາການ ແລະ ການສະແດງອອກ ເຈັບຫົວ ມີການປັ່ນປ່ວນລະດັບຂອງສະຕິ ອາການສະແດງຂອງປະສາດສະເພາະຈຸດ(ie. ອ່ອນແຮງຊີກໜຶ່ງ ແຂນ-ຂາໜຶ່ງ, ປາກເວົ້າແບບຄົນລີ້ນໃຫຍ່) Head Trauma - 35 35

36 ສະໝອງຖືກກະທົບແຜ່ກະຈາຍ
ຍ້ອນແຮງດືງໃຫ້ຍືດອອກໄດ້ກະທົບໃສ່ຈຸລັງປະສາດແຕ່ລະອັນ ການບາດເຈັບໄດ້ແຜ່ກະຈາຍໄປທົ່ວສະໝອງ ສະໝອງຖືກກະທົບຮ້າຍແຮງ Axone ຖືກກະທົບແຜ່ກະຈາຍປານກາງ Axone ຖືກກະທົບແຜ່ກະຈາຍຮ້າຍແຮງ

37 ສະໝອງຖືກກະທົບແຜ່ກະຈາຍ
Axone ຖືກກະທົບແຜ່ກະຈາຍ ມີການບວມກວ້າງຂວາງ ບໍ່ມີບາດແຜຂອງໂຄງສ້າງ ການບາດເຈັບສ່ວນຫຼາຍແມ່ນມາ ຈາກການກະທົບຫົວຮ້າຍແຮງແບບ ບໍ່ທະລຸ(ຖືກຕໍາ) (severe blunt head trauma) Head Trauma - 37 37

38 ສະໝອງຖືກກະທົບແຜ່ກະຈາຍ ມີການກະທົບກະເທືອນສະໝອງຮ້າຍແຮງ
Axone ໄດ້ຮັບບາດເຈັບແຜ່ກະຈາຍ ແບບເບົາບາງ (Mild form of Diffuse Axonal Injury (DAI)) ເສັ້ນປະສາດເຮັດໜ້າທີ່ຜິດປົກກະຕິໂດຍບໍ່ມີການຖືກທໍາລາຍດ້ານໂຄງສ້າງ ຖ້າເຮັດ CT scan ຈະເຫັນເປັນປົກກະຕິ Short episode of: ສະຕິລຸດລົງ ຟົກຊໍ້າ ມີເຫດການຄວາມຈໍາເສື່ອມ ເຈັບຫົວ, ວິນຫົວ, ປຸ້ນທ້ອງປວດຮາກ ຄະແນນ GCS ແມ່ນ 14 ຫຼື 15 ໂດຍທົ່ວໄປແລ້ວຟື້ນຄືນດີ

39 ສະໝອງຖືກກະທົບແຜ່ກະຈາຍ Axone ຖືກກະທົບກະຈາຍປານກາງ
ກົນໄກຄືກັນກັບກໍລະນີສະໝອງຖືກກະທົບກະເທືອນຢ່າງແຮງ, ແຕ່ວ່າຮອຍຊໍ້າຂອງຈີວະສະໝອງຮ້າຍແຮງກວ່າ ອາການ ແລະ ການສະແດງອອກ ເສຍສະຕິແກ່ຍາວ ການຟົກຊໍ້າຍາວນານ ສູນເສຍສະມາທິ ມີ ຄວາມຈໍາເສື່ອມແບບ ອາລົມ ຫຼື ບຸກຄະລິກ ໄດ້ປ່ຽນແປງ

40 ສະໝອງຖືກກະທົບແຜ່ກະຈາຍ Axone ຖືກກະທົບກະຈາຍຮ້າຍແຮງ
ກົນໄກໄດ້ກະທົບຕໍ່ຈຸລັງປະສາດເປັນຕົ້ນຕໍ(Significant mechanical disruption of nerve cells) ຊີກຂອງສະໝອງ ແລະ ເສົາສະໝອງ (Cerebral hemispheres AND brainstem) ອັດຕາການເສຍຊີວິດສູງ ອາການ ແລະ ການສະແດງອອກ ເສຍສະຕິແກ່ຍາວ ມີ Cushing’s reflex ມີທ່າທາງແບບ Decorticate ຫຼື Decerebrate ວົງຕາດໍາຍະອອກ ແລະ ບໍ່ຕອບສະໜອງຕໍ່ແສງ

41 ທ່າທາງຂອງແຂນ-ຂາ Decorticate Decerebrate ແຂນພັບເຂົ້າ ແລະ ຂາ ຢຽດຊື່
ແຂນຢຽດຊື່ ແລະ ຂາ ຢຽດຊື່ Head Trauma - 41 41

42 ວົງຕາດໍາຍະອອກເບື້ອງດຽວ
Anisocoria ຍະອອກທັງສອງເບື້ອງ ບໍ່ມີປະຕິກິລິຍາ: ເສົາສະໝອງ ມີປະຕິກິລິຍາ: ປົກກະຕິຈະກັບຄືນສະພາບເດີມໄດ້ ວົງຕາດໍາຍະອອກເບື້ອງດຽວ ປະຕິກິລິຍາ: ICP ເພີ່ມຂື້ນ ບໍ່ມີປະຕິກິລິຍາ (ແຕະຕ້ອງ LOC): ໄດ້ ເພີ່ມ ICP ຂື້ນ ບໍ່ມີປະຕິກິລິຍາ (LOC ປົກກະຕິ): ບໍ່ ແມ່ນມາຈາກກະທົບຫົວ Eyelid closure CN III: ໄດ້ຮັບຜົນກະທົບຈາກ ICP ໄດ້ ເພີ່ມຂື້ນ ແລະ ກໍ່ໃຫ້ເກີດໜັງຕາຕົກລົງລຸ່ມ ມີການສັ່ນໄວ: ມັກເປັນ hysteria Head Trauma - 42 42

43 Glasgow Coma Scale ສົງໃສສະໝອງຖືກກະທົບຮ້າຍແຮງ GCS <9
*Decorticate posturing to pain **Decerebrate posturing to pain Head Trauma - 43 43

44 ອາການຂອງສະໝອງເກີດເປັນອະໄວຍະວະລອດ
ສະໝອງຖືກຍູ້ລົງລຸ່ມ ການໄຫຼຂອງ CSF ຖືກອັດກັ້ນ, ມີຄວາມດັນກົດໜີບໃສ່ເສົາສະໝອງ ລະດັບຂອງສະຕິ ລຸດລົງ, ເຂົ້າສູ່ coma ຢ່າງໄວວາ ອາການສົມທົບ ວົງຕາດໍາຍະຢູ່ເບື້ອງທີ່ສະໝອງຖືກກະທົບ, ຕາຕົກລົງລຸ່ມແລ້ວງ່ຽງອອກ ດ້ານນອກ ມີການລ່ອຍຢູ່ເບື້ອງກົງກັນຂ້າມກັບເບື້ອງສະໝອງຖືກກະທົບ ຫຼື ມີທ່າທາງ ແຂນ-ຂາຢຽດອອກທັງສອງ (decerebrate) ມີທ່າທາງແຂນພັບເຂົ້າ, ຂາຢຽດອອກ (Decorticate) ຢຸດຫາຍໃຈ / ເສຍຊີວິດ Head Trauma - 44 44

45 ລະດັບສະຕິລຸດລົງ ເປັນຕົວບົ່ງຊີ້ທໍາອິດທີ່ໃຫ້ຮູ້ຂອງສະໝອງຖືກກະທົບ ຫຼື ICP ເພີ່ມຂື້ນ
Head Trauma - 45 45

46 ຄວາມພະຍາຍາມຕັ້ງແຕ່ເບື້ອງຕົ້ນເພື່ອຮັກສາໃຫ້ມີການລໍ່ລ້ຽງສະໝອງພຽງພໍ ສາມາດຊ່ວຍຊີວິດໄດ້
Head Trauma - 46 46

47 ການປະເມີນທໍາອິດ ປະເມີນ ແລະ ບັນທຶກ
ປະເມີນວົງຕາດໍາ (ຂະໜາດ ແລະ ການຕອບສະໜອງຕໍ່ແສງ) ປະເມີນຄະແນນ GCS Head Trauma - 47 47

48 ການປະເມີນທໍາອິດ ວົງຕາດໍາ ທັງສອງເບື້ອງຍະອອກ ແລະ ຄົງທີ່
ຄາດຄະເນຮ້າຍແຮງຫຼາຍ ຄົນເຈັບອາດບໍ່ໄດ້ຮັບຜົນປະໂຫຍດຈາການນໍາສົ່ງ ສາມາດປະເມີນໜ້າທີ່ການຂອງເສົາສະໝອງ(brainstem function) ການກະທົບຕອບຂອງແກ້ວຕາ (Corneal reflex) Gag reflex ວົງຕາດໍາຄົງທີ່ ແລະ ຍະອອກເບື້ອງດຽວ ບອກໃຫ້ຮູ້ວ່າມີພາວະເປັນອະໄວຍະວະລອດແບບຂໍເກາະ (uncal herniation) ຢູ່ເບື້ອງດຽວກັນກັບເບື້ອງທີ່ສະໝອງຖືກກະທົບ ບາງທີອາດສາມາດຊ່ວຍຄົນເຈັບໄດ້ ຕ້ອງການການປີ່ນປົວຢ່າງເອົາຈີງເອົາຈັງເພີ່ມລຸດ ICP ລົງ Head Trauma - 48 48

49 ການປະເມີນທໍາອິດ GCS GCS 14 - 15: ຊີ້ບອກວ່າກະທົງຫົວເບົາບາງ
GCS ລຸດລົງ by 3: ຊີ້ບອກວ່າ ICP ເພີ່ມຂື້ນ Head Trauma - 49 49

50 ການປະເມີນຄົບຖ້ວນດ້ານຄຼີນິກ
ກວດກາຫົວຢ່າງລະອຽດ ບາດແຜຈີກຂາດຂອງໜັງຫົວ ກະໂຫຼກຫົວແຕກ ອາການສະແດງອອກຂອງພື້ນກະໂຫຼກຫົວແຕກ ຖ້າເປັນໄປໄດ້ໃຫ້ກວດກາ ປະສາດຫົວ 12ຄູ່ພ້ອມ ຕ້ອງແນ່ໃຈວ່າຄົນເຈັບສາມາດເຄື່ອນເໜັງແຂນ-ຂາໄດ້ ທ່ານຕ້ອງກວດກາທົ່ວຮ່າງກາຍຢ່າງລະອຽດເພື່ອຊອກຫາການກະທົບຢູ່ບ່ອນອື່ນນໍາ ປ້ອງກັນກ້ານຄໍ (C-spine) Head Trauma - 50 50

51 ການປີ່ນປົວທໍາອິດ(ເບື້ອງຕົ້ນ)
ຖ້າ GCS < 9 ວົງຕາດໍາບໍ່ຄົງທີ່/ບໍ່ຍະ ແລະ ບໍ່ມີ decorticate signs ແຍ່ທໍ່ຄໍ (Intubate) ປ້ອງກັນສະໝອງຂາດອົກຊີ່ແຊນ ໃຫ້ O2 ເພື່ອປ້ອງກັນ O2 ຕໍ່າໃນເລືອດ(O2 sat > 95%) ຖ້າໄດ້ແຍ່ທໍ່ຄໍ, ໃຫ້ບີບຫາຍໃຈ 8 – 10 ເທື່ອ/ນາທີ ພ້ອມກັບO2 ໃນປະລິມານສູງ ການສູບຫາຍໃຈຊ້າ ແລະ ການສູບຫາຍໃຈໄວ ທັງສອງນັ້ນ ສາມາດກໍ່ໃຫ້ເກີດພາວະຫົວໃຈຂາດເລືອດ ແລະ ເພີ່ມອັດຕາການເສຍຊີວິດ ການສູບຫາຍໃຈໄວ ແມ່ນພຽງແຕ່ໃຊ້ໃນກໍລະນີທີ່ມີພາວະຊຸດໂຊມລົງກະທັນຫັນ ແລະ ໃນພາວະຕ້ອງການລຸດຄວາມດັນ ICP ລົງຢ່າງໄວ Head Trauma - 51 51

52 ການສູບຫາຍໃຈໄວ(Hyperventilation)
ອາການທີ່ສະໝອງເກີດເປັນອະໄວຍະວະລອດ ການເປັນອະໄວຍະວະລອດເປັນອັນຕະລາຍເຮັດໃຫ້ຂາດອົກຊີ່ແຊນ (hypoxia) ຂໍ້ບົ່ງຊີ້ສໍາລັບເຮັດ hyperventilation GCS <9 ພ້ອມກັບມີທ່າທາງແບບ decerebrate GCS <9 ພ້ອມກັບມີວົງຕາດໍາຍະ ຫຼື ບໍ່ຕອບສະໜອງຕໍ່ແສງ ທໍາອິດ GCS <9, ຕໍ່ຈາກນັ້ນຕົກລົງ >2 ຄະແນນ ຖ້າອາການສະແດງຖືກແກ້ໄຂ ໃຫ້ຫຢຸດເຮັດ hyperventilation. Head Trauma - 52 52

53 ອັດຕາການເຮັດ Hyperventilation
Age Group No Hyperventilation ຜູ້ໃຫຍ່ 8–10 ເທື່ອ/ນາທີ 20 ເທື່ອ/ນາທີ ເດັກນ້ອຍ 15 ເທື່ອ/ນາທີ 25 ເທື່ອ/ນາທີ ເດັກແດງ 30 ເທື່ອ/ນາທີ ຫາຍໃຈປົກກະຕິ Hyperventilation Head Trauma - 53 53

54 ການປີ່ນປົວທໍາອິດ ປ້ອງກັນສະໝອງຂາດອົກຊີ່ແຊນ(Hypoxia)
ປ້ອງກັນຄວາມດັນເລືອດຕໍ່າ ເປັນກໍລະນີດຽວທີ່ເພີ່ມອັດຕາການຕາຍ (Single instance increases mortality) ຜູ້ໃຫຍ່ (systolic <90 mmHg): ເພີ່ມອັດຕາການຕາຍ > 150% ເດັກນ້ອຍ (systolic < ອາຍຸທີ່ສົມສ່ວນ(age appropriate)): ເພີ່ມອັດຕາການຕາຍຫຼາຍກວ່າຜູ້ໃຫຍ່ ການໃຫ້ສານນໍ້າສໍາລັບກໍລະນີຖືກກະທົບສະໝອງ ເພີ່ມບໍລິມາດໃຫ້ໄດ້ຄວາມດັນເລືອດເບື້ອງເທີງ 110–120 mmHg ເພື່ອ ຮັບປະກັນໃຫ້ມີການລໍ່ລ້ຽງສະໝອງພຽງພໍ Head Trauma - 54 54

55 ການປີ່ນປົວທໍາອິດ ລຸດຜ່ອນອາການບວມ
ການບວມ ມັນໄດ້ເພີ່ມປະລິມານນໍ້າຢູ່ໃນຫວ່າງຈຸລັງ(ie. ຈີວະສະໝອງ)

56 ຄວາມເຂັ້ມຂຸ້ນຂອງສານນໍ້າ (Fluid Tonicity)
Isotonic: ຄວາມເຂັ້ມຂຸ້ນຂອງສານນໍ້າທຽບເທົ່າກັບຄວາມເຂັ້ມຂຸ້ນຂອງເລືອດ(ສານນໍ້າຈະຢູ່ໃນເສັ້ນເລືອດໄດ້ດີກວ່າ) 0.9% normal saline Lactated Ringers Blood ສານນໍ້າ Isotonic ຈະຊ່ວຍໃຫ້ການລໍ່ລ້ຽງສະໝອງໄດ້ດີດ້ວຍການເພີ່ມບໍລິມາດໃນເສັ້ນເລືອດ

57 ຄວາມເຂັ້ມຂຸ້ນຂອງສານນໍ້າ (Fluid Tonicity)
Hypotonic: ຄວາມເຂັ້ມຂຸ້ນຕໍ່າກວ່າຄວາມເຂັ້ນຂຸ້ນທີ່ຢູ່ໃນຊ່ອງອ້ອມຂ້າງ (ເຮັດໃຫ້ນໍ້າໄຫຼເຂົ້າສູ່ຊ່ອງຫວ່າງນອກຈຸລັງ) ສານນໍ້າຫວານ 5% (D5W) 0.45% saline Hypotonic ຈະເພີ່ມໃຫ້ມີສະໝອງບວມຮ້າຍແຮງຂື້ນ

58 ຄວາມເຂັ້ມຂຸ້ນຂອງສານນໍ້າ (Fluid Tonicity)
Hypertonic: ຄວາມເຂັ້ນຂຸ້ນໃນສານນໍ້າຈະສູງກວ່າຄວາມເຂັ້ມຂຸ້ນໃນຊ່ອງຫວ່າງທີ່ຢູ່ອ້ອມຂ້າງ(ດືງນໍ້າອອກຈາກຫວ່າງຈຸລັງ) Protein solutions Mannitol 3.3% saline ສານນໍ້າ Hypertonic ສາມາດຊ່ວຍລຸດຜ່ອນສະໝອງບວມໄດ້

59 ການປີ່ນປົວທໍາອິດ ຍົກຫົວຕຽງຂື້ນ 30 – 45 ອົງສາ (ຖ້າບໍ່ມີບັນຫາກ່ຽວກັບກະດູກກ້ານຄໍ) Mannitol ເຮັດໜ້າທີເປັນສານນໍ້າ osmotic (hypertonic) ລຸດຜ່ອນຄວາມຕ້ານຂອງເສັ້ນເລືອດເຕັ້ນ(Reduces arterial viscousity) ລຸດຜ່ອນສະໝອງບວມ(ດືງເອົາອາການບວມອອກຈາກສະໝອງ) ປະລິມານ (Dose): 1 gm/kg ໃນ dose ທໍາອິດ 0.25 gm/kg ທຸກ 6 ຊົ່ວໂມງຕາມທີ່ຕ້ອງການ Mannitol ຈະຂັບຍ່ຽວເຊັ່ນກັນ, ດັ່ງນັ້ນ, ຕ້ອງສືບຕໍ່ໃສ່ສານນໍ້າ saline IV ເພື່ອຮັກສາບໍລິມາດໃນເສັ້ນເລືອດ

60 ການປີ່ນປົວທໍາອິດ ບໍ່ໃຫ້ໃຊ້ຢາລະຫງັບປະສາດ ຍົກເວັ້ນກໍລະນີຕ້ອງການເພື່ອປ້ອງກັນເສັ້ນທາງຫາຍໃຈ/ ການສູບຫາຍໃຈ(ventilation) ແຕ່ວ່າຕ້ອງແນ່ໃຈວ່າມັນບໍ່ເຮັດໃຫ້ຄວາມດັນເລືອດລຸດລົງ ເພາະຈະເຮັດໃຫ້ການລໍ່ລ້ຽງສະໝອງລຸດລົງເຊັ່ນກັນ

61 ອາການຊີວິດປະສາດ (Neuro Vital Signs)
ວົງຕາດໍາຍະ ແລະ ຄົງທີ່ໜຶ່ງເບື້ອງ ຫຼື GCS ລຸດລົງ 2 ຄະແນນ ວົງຕາດໍາປົກກະຕິ, ແຕ່ສົງໃສມີການກະທົບຢູ່ພາຍໃນກະໂຫຼກຫົວ ວົງຕາດໍາຍະ ແລະ ຄົງທີທັງສອງເບື້ອງ ສາມາດພິຈາລະນາMannitol ແຕ່ ຄົນເຈັບອາດເສຍຊີວິດ/ ບໍ່ສາມາດເຮັດໃຫ້ຜົນໄດ້ຮັບດີຂື້ນ ກະທົບຫົວຮ້າຍແຮງ, ແຕ່ບາງທີສາມາດຊ່ວຍຊີວິດຄົນເຈັບໄດ້ ປີ່ນປົວ ICP ສູງ ສົ່ງຄົນເຈັບໄປໂຮງໝໍແຂວງເພື່ອເຮັດ CT ແລະ ປີ່ນປົວ (ບາງທີອາການອາດບໍ່ໜັກໃນຄົນເຈັບຜູ້ໃຫຍ່ ທິດຕາມຢ່າງໃກ້ຊິດ ຖ້າ GCS ລຸດລົງ ຫຼື ມີອາການຂອງປະສາດສະພາະຈຸດ, ໃຫ້ນໍາສົ່ງໄປໂຮງໝໍແຂວງ

62 ການຮັບປະກັນຄຸນນະພາບ (Quality Assurance)
ກະທົບຫົວຮ້າຍແຮງສາມາດເຮັດໃຫ້ມີອັດຕາການຕາຍສູງ ແລະ ຜົນໄດ້ຮັບດ້ານໜ້າທີ່ການບໍ່ດີ ສົນທະນາບັນຫາທີ່ພົວພັນກັບການປັບປຸງໃຫ້ຄົນເຈັບ ຫຼື ຄອບຄົວ ຮູ້ເຖີງສະພາບການຖືກກະທົບບາດເຈັບ: ການສົນທະນາກ່ຽວກັບການປ້ອງກັນ ຂໍ້ມູນກ່ຽວກັບການກະທົບຫົວ ແລະ ການປ້ອງກັນ ໄດ້ຖືກເອົາໃຫ້ຄົນເຈັບ ແລະ ຄອບຄົວແລ້ວ ບໍ່? ແມ່ນໃຜຈະເຮັດການສົນທະນານີ້ ແລະ ຈະເຮັດແນວໃດ້ໃຫ້ມີການຊຸກຍູ້ ໃຫ້ເປັນທີມຮັກສາສຸຂະພາບທີ່ດີ? ທ່ານຄວນມີນະໂຍບາຍ ຫຼື ແບບແຜນ ເພື່ອສົ່ງເສີມໃຫ້ຄອບຄົວ ແລະ ຄົນເຈັບໄດ້ຮັບການສຶກສາສໍາລັບການປ້ອງກັນ

63 ການຮັບປະກັນຄຸນນະພາບ (Quality Assurance)
ສົນທະນາກ່ຽວກັບຜົນໄດ້ຮັບຂອງຄົນເຈັບ ທ່ານໝໍຢູ່ໂຮງໝໍເມືອງໄດ້ຮັບການຕໍາໜິສົ່ງຂ່າວຈາກໂຮງໝໍແຂວງກ່ຽວກັບການກະກຽມການດູແລຄົນເຈັບບໍ? ສີ່ງນີ້ຄວນໄດ້ເຮັດບໍ? ສີ່ງນີ້ພໍຈະເຮັດໄດ້ບໍ? ສີ່ງນີ້ຈະຊ່ວຍທ່ານໝໍນໍາສົ່ງບໍ? ທ່ານສາມາດຄິດໄດ້ບັນຫາກ່ຽວກັບຄຸນນະພາບອັນອື່ນອີກບໍ?

64 ທົດສອບຕອນທ້າຍ(Post-test)
ຄົນເຈັບຜູ້ນີ້ອາດມີ: ກະດູກຄາງກະໄຕຫັກທັງສອງຂ້າງ ກະດູກດັງຫັກ ພື້ນກະໂຫຼກຫົວແຕກ ກະໂຫຼກຫົວເຂດໜ້າພາກແຕກ

65 ທົດສອບຕອນທ້າຍ(Post-test)
ຄົນເຈັບຜູ້ນີ້ອາດມີ: ກະດູກຄາງກະໄຕຫັກທັງສອງຂ້າງ ກະດູກດັງຫັກ ພື້ນກະໂຫຼກຫົວແຕກ ກະໂຫຼກຫົວເຂດໜ້າພາກແຕກ 65

66 ທົດສອບຕອນທ້າຍ(Post-test)
ຜູ້ຊາຍ ອາຍຸ 70 ປີ ຖືກລົດຕໍາ. ຄົນໃນຄອບຄົວໄດ້ນໍາເອົາລາວມາໂຮງໝໍເມືອງ. ລາວບໍ່ຮູ້ສະຕິ. ລາວບໍ່ມືນຕາ, ມິດງຽບບໍ່ປາກ, ບໍ່ມີສຽງໃດໆ, ບໍ່ມີການກະທົບຕອບເໜັງຕິງຕໍ່ການກະຕຸ້ນ. ວົງຕາດໍາທັງສອງເບື້ອງຍະອອກ ແລະ ຄົງທີ່(ບໍ່ຕອບສະໜອງຕໍ່ແສງ). ສະຖານນະການລຸ່ມນີ້ອັນໃດຖືກຕ້ອງ? ລາວມີພາວະຄາດຄະເນບໍ່ດີ ແລະ ອາດເສຍຊີວິດຈາກການຖືກກະທົບຫົວ. ທ່ານຄວນແຮ່ທໍ່ຄໍ ແລະ ນໍາສົ່ງດ່ວນໄປໂຮງໝໍແຂວງທັນທີ. ຄະແນນ GCS ຂອງລາວແມ່ນ 7. ທ່ານຄວນກວດກາ corneal ແລະ gag reflex. ລາວຄວນໄດ້ຮັບ diazepam ເພື່ອປ້ອງກັນອາການຊັກ.

67 ທົດສອບຕອນທ້າຍ(Post-test)
ຜູ້ຊາຍ ອາຍຸ 70 ປີ ຖືກລົດຕໍາ. ຄົນໃນຄອບຄົວໄດ້ນໍາເອົາລາວມາໂຮງໝໍເມືອງ. ລາວບໍ່ຮູ້ສະຕິ. ລາວບໍ່ມືນຕາ, ມິດງຽບບໍ່ປາກ, ບໍ່ມີສຽງໃດໆ, ບໍ່ມີການກະທົບຕອບເໜັງຕິງຕໍ່ການກະຕຸ້ນ. ວົງຕາດໍາທັງສອງເບື້ອງຍະອອກ ແລະ ຄົງທີ່(ບໍ່ຕອບສະໜອງຕໍ່ແສງ). ສະຖານນະການລຸ່ມນີ້ອັນໃດຖືກຕ້ອງ? ລາວມີພາວະຄາດຄະເນບໍ່ດີ ແລະ ອາດເສຍຊີວິດຈາກການຖືກກະທົບຫົວ. ທ່ານຄວນແຮ່ທໍ່ຄໍ ແລະ ນໍາສົ່ງດ່ວນໄປໂຮງໝໍແຂວງທັນທີ. ຄະແນນ GCS ຂອງລາວແມ່ນ 7. ທ່ານຄວນກວດກາ corneal ແລະ gag reflex. ລາວຄວນໄດ້ຮັບ diazepam ເພື່ອປ້ອງກັນອາການຊັກ. 67

68 ທົດສອບຕອນທ້າຍ(Post-test)Post-test
ຜູ້ຊາຍ ອາຍຸ 16 ປີ, ໄດ້ຂີ່ລົດຈັກແລ້ວເກີດອຸປະຕິເຫດ. ລາວບໍ່ໄດ້ໃສ່ໝວກກັນກະທົບ. ລາວບໍ່ຮູ້ສະຕິ, ເສັ້ນທາງຫາຍໃຈເປີດໂລ່ງ ແລະ ຫາຍໃຈ 8ເທື່ອ/ນາທີ. ຄວາມດັນເລືອດລາວແມ່ນ 180/100, ກໍາມະຈອນ 64. ວົງຕາດໍາຂອງລາວບໍ່ຍະອອກ ແລະ ຕອບສະໜອງຕໍ່ແສງ. ສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວອາດມີຄວາມດັນໃນກະໂຫຼກຫົວເພີ່ມຂື້ນ. ລາວຄວນໄດ້ຮັບການແຍ່ທໍ່ຄໍ ແລະ ສູບຫາຍໃຈ 20ເທື່ອ/ນາທີ. ລາວຄວນໄດ້ຮັບສາານໍ້າທາງ IV. ລາວຄວນໄດ້ຮັບຢາລົດຄວາມດັນເລືອດທາງ IV. ທ່ານຄວນເວົ້າກັບຄອບຄົວກ່ຽວກັບການນໍາສົ່ງລາວໄປໂຮງໝໍແຂວງ.

69 ທົດສອບຕອນທ້າຍ(Post-test)Post-test
ຜູ້ຊາຍ ອາຍຸ 16 ປີ, ໄດ້ຂີ່ລົດຈັກແລ້ວເກີດອຸປະຕິເຫດ. ລາວບໍ່ໄດ້ໃສ່ໝວກກັນກະທົບ. ລາວບໍ່ຮູ້ສະຕິ, ເສັ້ນທາງຫາຍໃຈເປີດໂລ່ງ ແລະ ຫາຍໃຈ 8ເທື່ອ/ນາທີ. ຄວາມດັນເລືອດລາວແມ່ນ 180/100, ກໍາມະຈອນ 64. ວົງຕາດໍາຂອງລາວບໍ່ຍະອອກ ແລະ ຕອບສະໜອງຕໍ່ແສງ. ສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວອາດມີຄວາມດັນໃນກະໂຫຼກຫົວເພີ່ມຂື້ນ. ລາວຄວນໄດ້ຮັບການແຍ່ທໍ່ຄໍ ແລະ ສູບຫາຍໃຈ 20ເທື່ອ/ນາທີ. ລາວຄວນໄດ້ຮັບສາານໍ້າທາງ IV. ລາວຄວນໄດ້ຮັບຢາລົດຄວາມດັນເລືອດທາງ IV. ທ່ານຄວນເວົ້າກັບຄອບຄົວກ່ຽວກັບການນໍາສົ່ງລາວໄປໂຮງໝໍແຂວງ. 69

70 ທົດສອບຕອນທ້າຍ(Post-test)
ສະຖານນະການທີ່ກ່ຽວກັບ subdural hematomas ອັນໃດທີ່ຖືກຕ້ອງ? Subdural hematomas: ຜົນຈາກເລືອດໄຫຼໃນສະໝອງຈາກເສັ້ນເລືອດເຕັ້ນ ຜົນຈາກເສັ້ນເລືອດນິ້ງທີ່ຢູ່ເທີງຜີວຂອງສະໝອງຈີກຂາດ ມີການພົວພັນກັບ Axone ຖືກກະທົບແຜ່ກະຈາຍ ພົບເຫັນຫຼາຍແມ່ນຢູ່ໃນເດັກນ້ອຍ(children) ການຄາດຄະເນດີກວ່າ epidural hematomas

71 ທົດສອບຕອນທ້າຍ(Post-test)
ສະຖານນະການທີ່ກ່ຽວກັບ subdural hematomas ອັນໃດທີ່ຖືກຕ້ອງ? Subdural hematomas: ຜົນຈາກເລືອດໄຫຼໃນສະໝອງຈາກເສັ້ນເລືອດເຕັ້ນ ຜົນຈາກເສັ້ນເລືອດນິ້ງທີ່ຢູ່ເທີງຜີວຂອງສະໝອງຈີກຂາດ ມີການພົວພັນກັບ Axone ຖືກກະທົບແຜ່ກະຈາຍ ພົບເຫັນຫຼາຍແມ່ນຢູ່ໃນເດັກນ້ອຍ(children) ການຄາດຄະເນດີກວ່າ epidural hematomas 71

72 ທົດສອບຕອນທ້າຍ(Post-test)
ຊາຍໜຸ່ມຜູ້ໜຶ່ງໄດ້ເຂົ້ານອນໂຮງໝໍມື້ວານນີ້ ຫຼັງຈາກບາດເຈັບຈາກກະທົບຫົວ. ຄະແນນ GCS ຂອງລາວເບື້ອງຕົ້ນແມ່ນ 11. ມື້ນີ້ຄະແນນ GCS ແມ່ນ 9 ແລະ ວົງຕາດໍາເບື້ອງຂວາຂອງລາວຍະອອກ ແລະ ບໍ່ຕອບສະໜອງຕໍ່ແສງ. ສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວມີເລືອດໄຫຼໃນກະໂຫຼກຫົວແບບຊ້າ ລາວໄດ້ມີພາວະ ສະໝອງບວມແບບແຜ່ກະຈາຍ ທ່ານຄວນອະທິບາຍໃຫ້ຄອບຄົວຮັບຮູ້ກ່ຽວກັບການນໍາສົ່ງໄປໂຮງໝໍແຂວງ ລາວຄວນໄດ້ຮັບຢາ mannitol ລາວຄວນໄດ້ຮັບ D5W ທາງ IV

73 ທົດສອບຕອນທ້າຍ(Post-test)
ຊາຍໜຸ່ມຜູ້ໜຶ່ງໄດ້ເຂົ້ານອນໂຮງໝໍມື້ວານນີ້ ຫຼັງຈາກບາດເຈັບຈາກກະທົບຫົວ. ຄະແນນ GCS ຂອງລາວເບື້ອງຕົ້ນແມ່ນ 11. ມື້ນີ້ຄະແນນ GCS ແມ່ນ 9 ແລະ ວົງຕາດໍາເບື້ອງຂວາຂອງລາວຍະອອກ ແລະ ບໍ່ຕອບສະໜອງຕໍ່ແສງ. ສະຖານນະການໃດລຸ່ມນີ້ທີ່ຖືກຕ້ອງ? ລາວມີເລືອດໄຫຼໃນກະໂຫຼກຫົວແບບຊ້າ ລາວໄດ້ມີພາວະ ສະໝອງບວມແບບແຜ່ກະຈາຍ ທ່ານຄວນອະທິບາຍໃຫ້ຄອບຄົວຮັບຮູ້ກ່ຽວກັບການນໍາສົ່ງໄປໂຮງໝໍແຂວງ ລາວຄວນໄດ້ຮັບຢາ mannitol ລາວຄວນໄດ້ຮັບ D5W ທາງ IV 73


Download ppt "ການຄຸ້ມຄອງກໍລະນີຄົນເຈັບຖືກກະທົບຫົວຢູ່ຂັ້ນໂຮງໝໍເມືອງ"

Similar presentations


Ads by Google