Presentation is loading. Please wait.

Presentation is loading. Please wait.

ບົດທີ10 ກົນລະຍຸດໃນການສ້າງລະບົບ (Systems Building Approaches)

Similar presentations


Presentation on theme: "ບົດທີ10 ກົນລະຍຸດໃນການສ້າງລະບົບ (Systems Building Approaches)"— Presentation transcript:

1 ບົດທີ10 ກົນລະຍຸດໃນການສ້າງລະບົບ (Systems Building Approaches)
10/4/2019 ບົດທີ10 ກົນລະຍຸດໃນການສ້າງລະບົບ (Systems Building Approaches) ມີຫຼາຍກົນລະຍຸດໃນການສ້າງລະບົບ ເຊິ່ງຜູ້ໃຊ້ສາມາດວິນິໃສດ້ວຍການວິເຄາະ ແລະ ຕັດສິນໃຈ ເລືອກໃຊ້ວິທີໃດຕາມຄວາມຕ້ອງການ 10/4/2019 ອຈ. ອາມອນ ຈັນທະພາວົງ

2 ເນື້ອໃນຂອງບົດຮຽນ 10.1 ວົງຈອນຊີວິດຂອງລະບົບ (Traditional System Lifecycle). 10.2 ວິທີການສ້າງລະບົບແບບອື່ນໆ (Alternative Systems Building Approaches) ເຊັ່ນ: ວິທີຕົ້ນແບບ, ຊອບແວສໍາເລັດຮູບ, ຊອບແວຈາກແຫຼ່ງພາຍນອກ. 10/4/2019 ອຈ. ອາມອນ ຈັນທະພາວົງ

3 10.1 ວົງຈອນຊີວິດຂອງລະບົບ (Traditional System Lifecycle)
ແມ່ນວິທີແບບເກົ່າແກ່ໃນການສ້າງລະບົບຂ່າວສານຂໍ້ມູນ ເຊິ່ງມີ 6 ໄລຍະຄື: ການນິຍາມໂຄງການ ການສຶກສາ ແລະ ວິເຄາະລະບົບ ການອອກແບບ ການສ້າງໂປຣແກຣມ ການທົດສອບ ແລະ ຕິດຕັ້ງ ຫຼັງການຕິດຕັ້ງ ແລະ ນໍາໃຊ້ 10/4/2019 ອຈ. ອາມອນ ຈັນທະພາວົງ

4 10.1.1 ໄລຍະຕ່າງໆໃນວົງຈອນຊີວິດຂອງລະບົບ (Stages of the Systems Lifecycle)
ໄລຍະ ໝາກຜົນ ນິຍາມໂຄງການ ລາຍງານກ່ຽວກັບໂຄງການ ສຶກສາລະບົບ ລາຍງານກ່ຽວກັບລະບົບ ການອອກແບບ ລາຍງານກ່ຽວກັບການອອກແບບ ¡¾­¦É¾¤Â¯ëÁ¡ë´ ລາຍງານກ່ຽວກັບໂປຣແກຣມ ທົດສອບ, ຕິດຕັ້ງ ຜົນການເຮັດວຽກຂອງລະບົບ ການນໃຊ້ ຜົນຈາກການນໍາໃຊ່ລະບົບ ລິເລີ່ມໂຄງການ ອອກແບບ, ສ້າງ ການຕັດສິນໃຈ ຕັດສິນໃຈໃນການຜະລິດ ອອກແບບ ລາຍລະອຽດ 10/4/2019 ອຈ. ອາມອນ ຈັນທະພາວົງ

5 10.1.2 ຂໍ້ຈໍາກັດຂອງວິທີການແບບວົງຈອນຊີວິດ (Limitations of the Lifecycle Approach)
ວີທີແບບວົງຈອນຊີວິດໄດ້ຖືກນໍາໃຊ້ຕະຫຼອດມາ ເພື່ອພັດທະ ນາລະບົບຂະໜາດໃຫຍ່ ຕະຫຼອດຮອດລະບົບທີ່ນໍາໃຊ້ເທັກນິກແບບສັບສົນ. ແຕ່ການນໍາໃຊ້ລະບົບນີ້ມັນຮຽກຮ້ອງໃຫ້ມີການວິເຄາະຢ່າງລະອຽດຖີ່ຖ້ວນ ແລະ ມີລະບົບ, ຕ້ອງກໍານົດເຕັກນິກລ່ວງໜ້າ ແລະ ຕ້ອງໄດ້ຄວບຄຸມວິວັດທະນາການໃນການສ້າງລະບົບຢ່າງເຄັ່ງຄັດ. ເສຍເວລາຫຼາຍ ແລະ ບໍ່ມີລັກສະນະຢືດຢຸນ. 10/4/2019 ອຈ. ອາມອນ ຈັນທະພາວົງ

6 10.2 ວິທີການສ້າງລະບົບແບບອື່ນໆ (Alternative Systems Building Approaches)
ວິທີຕົ້ນແບບ (Prototyping) ວິທີນໍາໃຊ້ຊອບແວນໍາໃຊ້ແບບສໍາເລັດຮູບ (Application Software Packages) ວິທີພັດທະນາການຈາກຜູ້ໃຊ້ ວິທີໃຊ້ແຫຼ່ງທາງນອກ 10/4/2019 ອຈ. ອາມອນ ຈັນທະພາວົງ

7 10.2.1 ວິທີຕົ້ນແບບ (Prototyping)
ເປັນວິທີທີ່ເໝາະສົມສໍາລັບການພັດທະນາລະບົບຂະໜາດນ້ອຍທີ່ມີຂັ້ນຕອນບໍ່ສັບສົນ ເປັນຂະບວນວິວັດແບບຊ້ຳຄືນຂອງການພັດທະນາລະບົບ ການພັດທະນາດ້ວຍວິທີຕົ້ນແບບມີ 4 ບາດກ້າວຄື: 1. ຊອກຫາຄວາມຕ້ອງການ 2. ພັດທະນາຕົ້ນແບບເບື້ອງຕົ້ນ 3. ໃຊ້ຕົ້ນແບບ 4. ທົບທວນຄືນ ແລະ ປັບປຸງຕົ້ນແບບ 10/4/2019 ອຈ. ອາມອນ ຈັນທະພາວົງ

8 ບາດກ້າວໃນການພັດທະນາຕົ້ນແບບ
ທວນຄືນ ແລະ ປັບປຸງຕົ້ນແບບ ຊອກຫາຄວາມຕ້ອງການພື້ນຖານ ພັດທະນາຕົ້ນ ແບບທີ່ປະຕິບັດການໄດ້ ທົດລອງໃຊ້ຕົ້ນ ແບບ ຜູ້ໃຊພໍໃຈ ບໍ່ພໍໃຈ ດໍາເນີນການສ້າງຕົ້ນແບບຖາວອນ ພໍໃຈ 10/4/2019 ອຈ. ອາມອນ ຈັນທະພາວົງ

9 ຈຸດດີ ແລະ ຈຸດອ່ອນຂອງວິທີຕົ້ນແບບ
ຈຸດດີ: ຜູ້ໃຊ້ໃຫ້ການຮ່ວມມື ແລະ ມີລັກສະນະໂຕ້ຕອບກັບຜູ້ໃຊ້ໂດຍກົງ. ຈຸດອ່ອນ: ຖ້າສ້າງແບບຟ້າວຟັ່ງອາດຂາດຂັ້ນຕອນທີ່ສໍາຄັນ ແລະ ບໍ່ເໝາະສໍາລັບການສ້າງລະບົບທີ່ໃຫຍ່ 10/4/2019 ອຈ. ອາມອນ ຈັນທະພາວົງ

10 ວິທີນໍາໃຊ້ຊອບແບບສໍາເລັດຮູບ (Application Software Packages)
ເປັນຊອບແວທີ່ຖືກສ້າງຂື້ນເພື່ອຈໍາໜ່າຍຕາມທ້ອງຕະຫຼາດ ແລະ ມີຂະໜາດການນໍາໃຊ້ແຕກຕ່າງກັນ: ເປັນຊອບແວທີ່ຖືກພັດທະນາໃຫ້ອຸດົມສົມບູນຂື້ນເລື້ອຍໆ ແລະ ເປັນທີ່ນິຍົມໃຊ້ໃນອົງກອນວິສະຫະກິດທົ່ວໆໄປເຊັ່ນ: ໂປຣແກຣມບັນຊີ, ສັ່ງຊື້ເຄື່ອງເງິນເດືອນ, ການຄຸ້ມຄອງເງິນເດືອນ, ການຄຸ້ມຄອງຫໍສະໝຸດ ແລະ ໂປຣແກຣມອື່ນໆ. 10/4/2019 ອຈ. ອາມອນ ຈັນທະພາວົງ

11 ຈຸດດີ ແລະ ຈຸດອ່ອນຂອງວິທີໃຊ້ ຊອບແວສໍາເລັດຮູບ
 ຈຸດດີ: ຫຼຸດຜ່ອນເວລາໃນການອອກແບບ ເຊິ່ງກິນເວລາ 50% ຂອງເວລາທັງໝົດ.  ຈຸດອ່ອນ: ອາດຈະບໍ່ຖືກຕາມຈຸດປະສົງຂອງຜູ້ໃຊ້ ເພາະເປັນຊອບແວ ແບບລວມໆ ແລະ ອາດໄດ້ຊື້ຊອບແວເພີ່ມ ເພື່ອໃຫ້ຕອບສະໜອງການໃຊ້ອັນສະເພາະໃດນຶ່ງ. 10/4/2019 ອຈ. ອາມອນ ຈັນທະພາວົງ

12 ການເລືອກເຟັ້ນຊອບແວສໍາເລັດຮູບ
ການທີ່ຈະຕັດສິນໃຈຊື້ຊອບແວສໍາເລັດຮູບມາໃຊ້ຕ້ອງໄດ້ກວດສອບຄຸນະພາບຢ່າງລະອຽດວ່າ: ມັນຕອບສະໜອງຕາມທີ່ຕ້ອງການ ຫຼື ບໍ່? ມັນມີລັກສະນະຢືດຢຸນ ຫຼື ບໍ່? ມັນເປັນມິດກັບຜູ້ໃຊ້ ຫຼື ບໍ່? ມັນສອດຄ່ອງກັບຖານຂໍ້ມູນທີ່ມີ ຫຼື ບໍ່? ມັນປະຕິບັດການກົງເວລາ ຫຼື ບໍ່? ຜົນຜະລິດເປັນໜ້າພໍໃຈ ຫຼື ບໍ່? ມັນມີຄວາມສາມາດບໍາລຸງຮັກສາໄດ້ດີ ຫຼື ບໍ່? 10/4/2019 ອຈ. ອາມອນ ຈັນທະພາວົງ

13 ວິທີພັດທະນາການຂອງຜູ້ໃຊ້ (End User Development)
ແມ່ນການພັດທະນາຊອບແວມາໂດຍຜູ້ໃຊ້ເອງ ແລະ ບໍ່ຕ້ອງການການຊ່ວຍເຫຼືອຈາກຊ່ຽວຊານ. ການພັດທະນາຊອບແວໃນຍຸກປັດຈຸບັນນີ້ເຫັນວ່າ ມີຄວາມສະດວກຫຼາຍຍ້ອນວ່າມີຊອບແວ ແລະ ພາສາໂປຣແກຣມໃນຍຸກທີ 4 ເຊັ່ນ: VB.6, VB.net, Lotus Note, C, C++, Java ແລະ ອື່ນໆ. 10/4/2019 ອຈ. ອາມອນ ຈັນທະພາວົງ

14 ວິທີແຫຼ່ງທາງນອກ (Outsourcing)
ແມ່ນການນໍາໃຊ້ອົງກອນພາຍນອກທີ່ມີຄວາມຊໍານານ ດ້ານການໃຫ້ບໍລິການຊອບແວສ້າງໃຫ້. ວິທີນີ້ຈະຕອບສະ ໜອງວຽກງານທີ່ຈໍາເປັນ ແລະ ເໝາະສົມສໍາລັບອົງກອນທີ່ມີທຶນໜ້ອຍ, ຍັງຂາດພະນັກງານທີ່ມີຄວາມຮູ້ດ້ານລະ ບົບຂ່າວສານ ຫຼື ຍັງມີຄວາມຈໍາເປັນທີ່ຈະຕ້ອງນໍາໃຊ້ພະ ນັກງານທີ່ມີຢູ່ເຮັດວຽກອື່ນທີ່ໃຫ້ຜົນຕອບແທນສູງກວ່າ. ການນໍາໃຊ້ ແລະ ການບໍລິການຕ່າງໆໃນເວລາທີ່ຕ້ອງ ການຂື້ນກັບບໍລິສັດທີ່ສ້າງໃຫ້. 10/4/2019 ອຈ. ອາມອນ ຈັນທະພາວົງ

15 ຈຸດອ່ອນຂອງວິທີໃຊ້ແຫຼ່ງພາຍນອກ
ສູນເສຍຄວາມເປັນເອກະລັກໃນການຄວບຄຸມໜ້າທີ່ຕ່າງໆ ຂອງລະບົບ. ຍອມຮັບຄໍາສະເໜີຕ່າງໆເຊັ່ນ: ລາຄາອາດເພີ່ມຂື້ນໃນໄລຍະ ໃດນຶ່ງ ແລະ ເຮັດໃຫ້ຕົ້ນທຶນສູງຂື້ນ. ຂາດຄວາມເປັນເອກະລາດໃນການປະຕິບັດໜ້າທີ່. ເສຍຄວາມລັບພາຍໃນເຊັ່ນ: ລິຂະສິດສິນຄ້າອາດຖືກ ເປີດເຜີຍໄປສູູ່ຄູ່ແຂ່ງ. 10/4/2019 ອຈ. ອາມອນ ຈັນທະພາວົງ

16 ເວລາໃດຄວນໃຊ້ແຫຼ່ງພາຍນອກ ?
10/4/2019 ເວລາໃດຄວນໃຊ້ແຫຼ່ງພາຍນອກ ? ໃນເວລາທີ່ບໍ່ທັນມີການແຂ່ງຂັນ ຫຼື ໜ້າວຽກທີ່ມີການແຂ່ງຂັນໜ້ອຍ. ໃນບາງໜ້າວຽກທີ່ເຫັນວ່າ ຖ້າມີການຢຸດສະງັກແລ້ວຈະບໍ່ເກີດມີຜົນກະທົບໃຫຍ່ຕໍ່ອົງກອນ. ໃນເວລາທີ່ຫັນວ່າ ສະມັດຕະພາບຂອງລະບົບຂ່າວສານຂໍ້ມູນທີ່ກໍາລັງໃຊ້ຍັງຕໍ່າຫຼາຍ ແລະ ອົງກອນຍັງຂາດຜູ້ຊໍານານງານທີ່ຈະແກ້ໄຂໄດ້. ບັນຫາທີ່ຄວນເອົາໃຈໃສ່ມີດັ່ງນີ້: ອົງກອນຕ້ອງຈັດຕັ້ງຜູ້ຄຸ້ມຄອງ-ຜູ້ຂາຍພາຍນອກເຊັ່ນດຽວກັບການຄຸ້ມຄອງລະບົບ ຂ່າວສານຂໍ້ມູນຂອງຕົນ. ຕອງສ້າງບັນທັດຖານ ເພື່ອປະເມີນຜົນຜູ້ຂາຍພາຍນອກ ຕ້ອງຮ່າງສັນຍາຕ່າງໆເຊັ່ນ: ການປັບຕົວຂອງທຸລະກິດ, ການພົວພັນລະຫວ່າງອົງ ກອນກັບຜູ້ຂາຍ, ສິດທິໃນການຕັດສິນໃຈ, ວິທີການວັດແທກປະສິດທິພາບ, ປະເມີນຜົນຄວາມສ່ຽງຕ່າງໆ ແລະ ການໃຫ້ລາງວັນຕອບແທນ 10/4/2019 ອຈ. ອາມອນ ຈັນທະພາວົງ


Download ppt "ບົດທີ10 ກົນລະຍຸດໃນການສ້າງລະບົບ (Systems Building Approaches)"

Similar presentations


Ads by Google