Presentation is loading. Please wait.

Presentation is loading. Please wait.

ການຄຸ້ມຄອງໂຮງຮຽນແບບເອົາໂຮງຮຽນເປັນຖານ

Similar presentations


Presentation on theme: "ການຄຸ້ມຄອງໂຮງຮຽນແບບເອົາໂຮງຮຽນເປັນຖານ"— Presentation transcript:

1 ການຄຸ້ມຄອງໂຮງຮຽນແບບເອົາໂຮງຮຽນເປັນຖານ
ການສ້າງແຜນພັດທະນາໂຮງຮຽນ (ຜພຮ) ໂຄງການພັດທະນາຊັ້ນມັດທະຍົມສຶກສາ (SESDP)

2 ຮ່າງແຜນພັດທະນາໂຮງຮຽນ
ການບໍລິຫານຄຸ້ມຄອງໂຮງຮຽນ ຮ່າງແຜນພັດທະນາໂຮງຮຽນ ຮ່າງ​ແນະ​ນໍາ​ສໍາລັບສ້າງ​ແຜນ​ພັດທະນາ​ໂຮງຮຽນ I. ວິ​ໄຈ​ສະພາບ ​ແລະ ຊອກໃຫ້ເຫັນບັນຫາ 1.1 ວິ​ໄຈ​ສະພາບ (ຈໍານວນ​ນັກຮຽນ, ທີ່​ຕັ້ງ​ຂອງ​ບ້ານ​ຕ່າງໆໃນເຂດບໍລິການ, ສະພາບ​ການ​ປະລະ ​ແລະ ອື່ນໆ.) 1.2 ຊອກຮູ້​ບັນຫາ/ກຳນົດບັນຫາ II. ຊັບພະຍາກອນ​ທີ່​ມີ​ແລະ ຄວາມ​ຕ້ອງການ 2.1 ຈໍານວນ​ນັກຮຽນ ​ແລະ ຄາດ​ຄະ​ເນ​ຈໍານວນ​ນັກຮຽນ​ທີ່​ຈະ​ເພີ່ມ​ຂື້ນ​ໃນ​ອີກ 3ປີ​ຕໍ່ໜ້າ 2.2 ຈໍານວນ​ຫ້ອງ​ຮຽນ ​ແລະ ອາຄານ​ຮຽນ ​ແລະ ຄາດ​ເນ​​ແຜນຄວາມ​ຕ້ອງການໃນ​ອີກ 3ປີ ​ຕໍ່ໜ້າ 2.3 ຈໍານວນ​ບຸກຄະລາ​ກອນ (ຄູ ​ແລະ ພະນັກງານ​ທີ່​ບໍ່​ໄດ້​ສອນ) ​ແລະ ​ແຜນ​ຄວາມ​ຕ້ອງການ​ຄູໃນ​ອີກ 3ປີ ​ຕໍ່ໜ້າ.

3 ການບໍລິຫານຄຸ້ມຄອງໂຮງຮຽນ
III. ຕົວ​ຊີ້​ບອກ​ຜົນ​ສໍາ​ເລັດ​ຂອງ​ໂຮງຮຽນ​ໃນ​ປະຈຸ​ບັນ ​ແລະ ​ເປົ້າ​ໝາຍ/ຄາດໝາຍ​ຕົວ​ຊີ້​ບອກ​ທີ່​ຕ້ອງການ​ບັນລຸ​ໃນ​ສົກຮຽນ​ຕໍ່​ໄປ (ຕົວຢ່າງ​ເຊັ່ນ ​ເພີ່ມ​ອັດຕາ​ກາ​ນເຂົ້າ​ຮຽນ, ຫຼຸດຜ່ອນ​ອັດຕາ​ການ​ປະລະ ​ແລະ ​ເພີ່ມ​ອັດຕາ​ລອດ​ເຫຼືອ) IV. ​ແຜນປະຕິບັດ​ງານ ກິດ​ຈະ​ກໍາ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂື້ນ​ໃນ​ສົກຮຽນ 4.2 ​ແຜນ​ບັນຈຸ​ຄູ 4.3 ​ແຜນ​ປະຕິບັດ​ງານ​ດ້ານ​ການ​ສື່ສານ​ເພື່ອ​ປຸກລະດົມຂົນຂວາຍ/​ໂຄສະນາ​ກ່ຽວກັບ​ການ​ສຶກສາ, ຄຸນ​ນະພາ​ບການ​ສຶກສາ ​ແລະ ອື່ນໆ 4.4 ງົບປະມານ V. ແນະນຳການຈັດຕັ້ງປະຕິບັດ 5.1 ມອບໝາຍໜ້າທີ່ໃຫ້ພາກສ່ວນຕ່າງໆ(ຄູ່ຮ່ວມງານຂອງໂຮງຮຽນ)ຮັບຜິດຊອບ

4 ຂັ້ນຕອນໃນການກະກຽມສ້າງແຜນພັດທະນາໂຮງຮຽນ
School Based Management ຂັ້ນຕອນໃນການກະກຽມສ້າງແຜນພັດທະນາໂຮງຮຽນ 1. ຈັດກອງປະຊຸມສະພາໂຮງຮຽນເພື່ອກຽມ/ປຶກສາຫາລືໃນການສ້າງແຜນພັດທະນາໂຮງຮຽນ 2. ກຳນົດວິໃສທັດ, ພາລະໜ້າທີ່ ແລະ ຈຸດໝາຍຂອງໂຮງຮຽນ. 3. ດຳເນິນການວິໄຈສະພາບການ 3.1 ວິໄຈຄູ່ຮ່ວມງານ 3.2 ວິໄຈຈຸດແຂງ, ສີ່ງທ້າທາຍ, ໂອກາດ ແລະ ບັນຫາຂອງຊຸມຊົນທາງດ້ານ ການສຶກ ສາ; ວິໄຈຊັບພະຍາກອນທີ່ມີ ແລະ ຄວາມຮຽກຮ້ອງຕ້ອງການ. 3.3 ວິໄຈຕົວຊີ້ບອກກ່ຽວກັບຜົນງານຂອງໂຮງຮຽນ 4. ຄາດໝາຍຕົວຊີ້ບອກກ່ຽວກັບຜົນງານຂອງໂຮງຮຽນ 5. ວິໄຈຕົ້ນໄມ້ບັນຫາ 6. ສ້າງແຜນຈັດຕັ້ງປະຕິບັດຂອງແຜນພັດທະນາໂຮງຮຽນ 7. ປະເມີນຕົນເອງ 8. ສ້າງ/ຮ່າງຄຳແນະນຳໃນການຈັດຕັ້ງປະຕິບັດ

5 ຂັ້ນຕອນ 1. ຈັດກອງປະຊຸມສະພາໂຮງຮຽນເພື່ອກະກຽມສ້າງແຜນພັດທະນາໂຮງຮຽນ
ຜູ້ເຂົ້າຮ່ວມມີດັ່ງຕໍ່ໄປນີ້: ຜູ້ອຳນວຍການໂຮງຮຽນ ຄພສບ ຕາງໜ້າສະມາຄົມພໍ່ແມ່ຜູ້ປົກຄອງ-ນັກຮຽນ ຜູ້ອື໋ນໆ

6 ຂັ້ນຕອນທີ 2. ກຳນົດວິໃສທັດ, ພາລະໜ້າທີ່, ຈຸດໝາຍຂອງໂຮງຮຽນ.
ກວ້າງໄກ ໄລຍະຍາວ ພາລະໜ້າທີ່ ຈຸດໝາຍ ມີຈຸດສຸມ ໄລຍະສັ້ນ

7 ແຜນພັດທະນາໂຮງຮຽນ(ຜພຮ)
Step 2. Set the School’s Vision, Mission, Goal (VMG)VM ຂັ້ນຕອນ ທີ 2 ວິໃສທັດ, ພາລະໜ້າທີ່, ຈຸດໝາຍແລະແຜນພັດທະນາໂຮງຮຽນ ບັດໃຫ້ຄະແນນທີ່ສົມດູນ ວິໃສທັດ ຮູບພາບກ່ຽວກັບຄວາມຫວັງຕໍ່ອານາຄົດທີ່ຊຸມຊົນປາຖະໜາ ພາລະໜ້າທີ່ ເຫດຜົນທີ່ັເຮັດໃຫ້ມີໂຮງຮຽນ ຄວາມມຸ້ງຫວັງຂອງໂຮງຮຽນທີ່ຈະເຮັດເພື່ອສຳເລັດ/ບັນລຸພາລະໜ້າທີ່ຂອງຕົນທີ່ກຳນົດໄວ້. ຈຸດໝາຍ ແຜນພັດທະນາໂຮງຮຽນ(ຜພຮ)

8 2 ຄຳແນະນຳໃນການກຳນົດ ວິໃສທັດ
ແລະ ພາລະໜ້າທີ່ ພວກເຮົາແມ່ນໃຜ? ເຫດຜົນຄວາມຈຳເປັນ/ຕ້ອງການທາງດ້ານສັງຄົມ-ການເມືອງຂັ້ນພື້ນຖານທີ່ເຮັດໃຫ້ພວກເຮົາດຳລົງຄົງຕົວຢູ່ໄດ້ແລະບັນລຸພາລະບົດບາດຂອງຕົນ? ພວກເຮົາຢາກຈະເຮັດຫຍັງເພື່ອໃຫ້ເຂົ້າໃຈ ຫຼື ຮູ້ລ່ວງໜ້າ ແລະ ແກ້ບັນຫາ ຫຼື ຄວາມຕ້ອງການ? ເຮົາຈະຕອບສະໜອງໃຫ້ແກ່ຄູ່ຮ່ວມງານຫຼັກຂອງພວກເຮົາແນວໃດ? ປັດຊະຍາຂອງພວກເຮົາ ແລະ ຄຸນຄ່າດ້ານຈິດໃຈຫຼັກຂອງພວກເຮົາແມ່ນຫຍັງ? ຈຸດພິເສດ/ຄວາມສາມາດຂອງພວກເຮົາມີຫຍັງ?

9 ກຳນົດຄວາມມຸ້ງມາດປາຖະໜາໄຟ່ຝັນຂອງອົງກອນ/ການຈັດຕັ້ງ
2.1a ວິໃສທັດແມ່ນຫຍັງ? ແຜນອານາຄົດທີ່ອົງກອນວາງໄວ້ເພື່ອບັນລຸ ແນວຄວາມຄິດທີ່ຈະແຈ້ງກ່ຽວກັບ ອານາຄົດທີ່ໄຝ່ຝັນ ວາງກຳນົດໃຫ້ອົງກອນຕິດພັນກັບອານາຄົດທີ່ເປັນໄປໄດ້ ກຳນົດຄວາມມຸ້ງມາດປາຖະໜາໄຟ່ຝັນຂອງອົງກອນ/ການຈັດຕັ້ງ

10 2.1b ກາຍະພາບຂອງວິໃສທັດ ເຈົ້າຢາກເປັນຫຍັງ? (ຕອບດ້ວຍຄຸນນາມ)
ອົງກອນ/ສະຖາບັນຂອງພວກເຮົາຈັດຢູ່ໃນປະເພດໃດ? ຄູ່ຮ່ວມງານຕົ້ນຕໍຂອງພວກເຮົາແມ່ນໃຜ? ບັນຫາດ້ານສັງຄົມທີ່ເຮົາຕ້ອງການແກ້ໄຂແມ່ນຫຍັງ? ເຮົາຈະແກ້ໄຂຄວາມຕ້ອງການ ແລະ ບັນຫານີ້ດ້ວຍວິທີໃດ ?

11 ໂຮງຮຽນ 2.1c ຕົວຢ່າງຂອງວິໃສທັດ “ເປັນໂຮງຮຽນທີ່ດີເລີດທີ່ສະ
ໜອງ/ໃຫ້ທັກສະຂອງສະຕະວັດທີ 21 ໃຫ້ແກ່ນັກຮຽນຊັ້ນມັດທະຍົມສຶກສາທຸກຄົນໃນຊຸມຊົນ ແລະ ບັນດາບ້ານໃກ້ຄຽງ. ໂຮງຮຽນ

12 2.2a ພາລະໜ້າທີ່ແມ່ນຫຍັງ? ແມ່ນກ່ຽວກັບຈຸດປະສົງທົ່ວໄປຂອງການຈັດຕັ້ງໃດໜື່ງ
ກຳນົດກິດຈະກຳ/ທຸລະກຳ ການຈັດຕັ້ງ/ສ້າງຕັ້ງມາເພື່ອເຮັດຫຍັງ ເຫດຜົນທີ່ສ້າງຕັ້ງຂື້ນມາ ຈຸດປະສົງ

13 2.2b ເປັນຫຍັງຈື່ງຕ້ອງກຳນົດພາລະໜ້າທີ່?
ເພື່ອໃຫ້ທິດຊີ້ນຳແກ່ການພັດທະນາຍຸດທະສາດ ກຳນົດເງື່ອນໄຂ ຫຼື ປັດໄຈແຫ່ງຜົນສຳເລັດ ຊອກຫາໂອກາດຕົ້ນຕໍ ໃຊ້ສຳລັບເປັນພື້ນຖານໃນການອະນຸມັດ/ຈັດສັນຊັບພະຍາກອນ/ງົບປະມານ ເປັນທິດຊີ້ນຳໃຫ້ແກ່ຄວາມຕ້ອງການຂອງຄູ່ຮ່ວມງານ.

14 2.2c ການຮ່າງພາລະໜ້າທີ່ ໃຜເປັນຄູ່ຮ່ວມງານ?
ການຈັດຕັ້ງຂອງເຮົາມີຈຸດປະສົງ ຈະເຮັດຫຍັງ? ການຈັດຕັ້ງຂອງເຮົາຈະປະກອບສ່ວນຫຍັງ ໃຫ້ແກ່ສັງຄົມ?

15 2.2d ກາຍະພາບຂອງພາລະໜ້າທີ່
ເຫດຜົນທີ່ມີການຈັດຕັ້ງ (ທ່ານຕ້ອງການຈະເຮັດຫຍັງ) ຄູ່ຮ່ວມງານທີ່ຕ້ອງການ ການປະກອບສ່ວນໃຫ້ສັງຄົມ ຫຼື ເປັນຈຸດເຕົ້າໂຮມ (ການບໍລິການ ຫຼື ຜະລິດຕະພັນ) ວິທີ ແລະ ເຄື່ອງມືທີ່ຈະສະໜອງການປະກອບສ່ວນ ຫຼື ການໃຫ້ບໍລິການ

16 ໂຮງຮຽນ 2.2e ຕົວຢ່າງຂອງພາລະໜ້າທີ່
ເປັນໂຮງຮຽນມັດທະຍົມທີ່ດີເລີດທີ່ຮ່ວມມືກັບຊຸມຊົນໃນການສະໜອງການເຂົ້າຮຽນຢ່າງທົ່ວເຖີງ ແລະ ການສຶກສາທີ່ມີຄຸນນະພາບ.

17 2.3 ຈຸດໝາຍແມ່ນຫຍັງ? ແມ່ນການກຳນົດ/ຄຳຂັວນລວມທີ່ການຈັດຕັ້ງ/ອົງກອນມີຈຸດປະສົງຈະປະຕິບັດເພື່ອບັນລຸພາລະໜ້າທີ່ຂອງຕົນ ຫັນພາລະໜ້າທີ່ໃຫ້ເປັນແຜນຈັດຕັ້ງປະຕິບັດທີ່ເປັນຮູບປະທຳແລະ ສາມາດປະຕິບັດໄດ້ ກ່ວາ.

18 2.3a ຕົວຢ່າງຂອງຈຸດໝາຍ ໂຮງຮຽນຮັບປະກັນຈະເຮັດທຸກຄວາມສາມາດຂອງຕົນເພື່ອບໍ່ໃຫ້ນັກຮຽນປະລະ. ດຳເນີນການປຸກລະດົມຂົນຂວາຍເພື່ອໃຫ້ພໍ່ແມ່ຜູ້ປົກຄອງສົ່ງເດັກໃນກຸ່ມອາຍຸຮຽນໃຫ້ເຂົ້າຮຽນ,ໂດຍບໍ່ຈຳແນກເພດ ຫຼື ຊົນເຜົ່າ. ຮັບປະກັນໃຫ້ເດັກນັກຮຽນໄດ້ຮັບການສຶກສາທີ່ມີຄຸນນະພາບຈາກຄູ ອາຈານທີ່ນຳໃຊ້ການສອນແບບເອົາຜູ້ຮຽນເປັນໃຈກາງເພື່ອສ້າງໃຫ້ເຂົາເຈົ້າເປັນຜູ້ຮຽນແຫ່ງສັດຕະວັດທີ 21.

19 2.3b ລັກສະນະຈຸດພິເສດຂອງວພຈ
ກະຕຸກຊຸກຍູ້ໃຫ້ແນວຄິດ ຈະແຈ້ງ ແລະ ເປັນຮູບປະທຳ ສາມາດບັນລຸໄດ້/ຕົວຈິງ ງ່າຍດາຍ, ສັ້ນ, ແລະງ່າຍໃນການສື່ສານ ຫຼື ຈີ່ຈຳ ມີຄຸນຄ່າທີ່ຮັບໄດ້

20 2.3c ກິດຈະກຳ/ຄົ້ນຄ້ວາກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ
School Based Management 2.3c ກິດຈະກຳ/ຄົ້ນຄ້ວາກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມຕົວຢ່າງຂອງວພຈຂອງໂຮງຮຽນແຫ່ງໜື່ງພາຍໃນແຂວງຂອງຕົນ ສະເໜີຜົນງານ ຕິດໃສ່ກະດານ/ຝາແລະຍ່າງເລາະເບີ່ງ.

21 ບາດກ້າວທີ 3. ດຳເນິນການວິໄຈສະພາບການ
1)ດຳເນີນການວິໄຈຄູ່ຮ່ວມງານ 2) ວິໄຈຈຸດແຂງ, ສີ່ງທ້າທາຍ, ໂອກາດ, ແລະ ບັນຫາທາງການສຶກສາຂອງຊຸມຊົນ 3) ວິໄຈຊັບພະຍາກອນທີ່ມີແລະ ທີ່ຕ້ອງການ ແລະຈຳເປັນ 4) ການວິໄຈຕົ້ນໄມ້ບັນຫາ

22 3.1 ການວິໄຈຄູ່ຮ່ວມງານ. ໃຜ? ເວລາໃດ? ການວິໄຈຄູ່ຮ່ວມງານ
STAKEHOLDERS’ ANALYSIS ໃຜ? ເວລາໃດ? ດ້ວຍວິທີໃດ?ແນວໃດ? ການວິໄຈຄູ່ຮ່ວມງານ ບາດກ້າວທີ1: ໃຜ? ຊອກຮູ້/ກຳນົດວ່າຈະຮ່ວມງານກັບໃຜ. ບາດກ້າວທີ 2: ເວລາໃດ? ກຳນົດວ່າເວລາໃດທີ່ເຂົາເຈົ້າຈະເຂົ້າຮ່ວມ. ບາດກ້າວທີ 3: ແນວໃດ/ວິທີໃດ? ເຂົາເຈົ້າຈະເຂົ້າຮ່ວມແນວໃດ/ດ້ວຍວິທີໃດ.

23 ກຳນົດຄູ່ຮ່ວມງານຂອງທ່ານ
SBM ກຳນົດຄູ່ຮ່ວມງານຂອງທ່ານ ຊຸຸມຊົນ ນັກຮຽນ ພໍ່ແມ່-ຜູ້ປົກຄອງ ຄພສບ ສະມາຄົມພໍ່ແມ່ຜູ້ປົກຄອງ-ນັກຮຽນ ຜູ້ອຳນວຍການໂຮງຮຽນ ຄູອາຈານ

24 ການວິໃຈແບບ SCOTແລະ ແບບ SWOT 3.2a ການວິໄຈ
ເປັນປະໂຫຍດ ເປັນສີ່ງກີດຂວາງ ໃນການບັນລຸເປົ້າໝາຍ ໃນການບັນລຸເປົ້າໝາຍ ປັດໄຈພາຍໃນ ຈຸດແຂງ ຈຸດອ່ອນ Strengths Challenges ປັດໄຈພາຍນອກ ໂອກາດ ບັນຫາ/ສີ່ງກົດດັນທ້າທາຍ Opportunities Threats

25 1) ຈັດກຸ່ມເປັນແຕ່ລະແຂວງ
School Based Management 3.2b ຄົ້ນຄ້ວາໃນກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມຕົວຢ່າງວິໄຈຄູ່ຮ່ວມງານ/ວິໄຈແບບ SCOT/SWOT ສະເໜີຜົນງານ ຕິດໃສ່ກະດານ/ຝາ ແລະຍ່າງເລາະເບີ່ງ.

26 ບາດກ້າວທີ 3.3 ດຳເນີນການວິໄຈສະພາບການ: ວິໄຈຕົວຊີ້ບອກຜົນສຳເລັດຂອງໂຮງຮຽນ
ອັດຕາການເຂົ້າຮຽນ ອັດຕາປະລະ ອັດຕາລອດເຫຼືອ ຜົນການສອບເສັງຈົບຊັ້ນມ.4/ມ.7ໃນ ທຸກ ວິຊາ ການຈັດອັນດັບທີ່ ຂອງນັກຮຽນໃນຫ້ອງຮຽນໃນວິຊາວິທະຍາສາດທຳມະຊາດ

27 ບາດກ້າວທີ 4. ຄາດໝາຍຕົວຊີ້ບອກເຖີງຜົນງານຂອງໂຮງຮຽນ
ສົກຮຽນປັດຈຸບັນ ແຜນ-ຄາດໝາຍ (ສົກ) ອັດຕາການເຂົ້າຮຽນ ອັດຕາປະລະ ອັດຕາລອດເຫຼືອ ຜົນການສອບເສັງຈົບຊັ້ນມ.4/ມ.7ໃນວິຊາວິທະຍາສາດ ການຈັດອັນດັບທີ່ຂອງນັກຮຽນໃນຫ້ອງຮຽນໃນວິຊາວິທະຍາສາດທຳມະຊາດ

28 4.1 ການກຳນົດຕົວຊີ້ບອກທີ່ຈະແຈ້ງແມ່ນເປັນຂໍກະແຈ
SBM 4.1 ການກຳນົດຕົວຊີ້ບອກທີ່ຈະແຈ້ງແມ່ນເປັນຂໍກະແຈ ການສ້າງ/ກຳນົດຈຸດປະສົງແລະຕົກລົງກ່ຽວກັບສີ່ງຢັ້ງຢືນສະເພາະ(ເຊັ່ນ ຄວາມຮູ້, ທັດສະນະຫຼືພຶດຕິກຳສະເພາະ )ຊື່ງຈະຢັ້ງຢືນເຖີງການບັນລຸຈຸດປະສົງ. ຂໍກະແຈທີ່ຈະນຳໄປສູ່ການປະເມິນຜົນສຳເລັດແມ່ນການກຳນົດຈຸດປະສົງອັນຈະແຈ້ງ, ສາມາດວັດແທກໄດ້ແລະຕົວຈີງຂອງແຜນງານ. ຖ້າຫາກວ່າຈຸດປະສົງບໍ່ຕົວຈິງ, ຫຼື ບໍ່ສາມາດວັດແທກໄດ້ ແຜນງານກໍບໍ່ສາມາດຈະຢັ້ງຢືນໄດ້ວ່າໄດ້ປະສົບຜົນສຳເລດຫຼືບໍ່ເຖີງແມ່ນວ່າວຽກງານອາດຈະອອກມາດີກໍຕາມ.

29 ບາດກ້າວທີ 5. ການວິໄຈຕົ້ນໄມ້ບັນຫາ
ຜົນໄດ້ຮັບ ບັນຫາ ສາເຫດ

30 5.1 ນຳໃຊ້ເພື່ອ ຊ່ວຍໃນການສ້າງແຜນປະຕິບັດງານ
SCHOOL BASED MANAGEMENT 5.1 ນຳໃຊ້ເພື່ອ ຊ່ວຍໃນການສ້າງແຜນປະຕິບັດງານ ກຳນົດມະຕະການປະຕິບັດສະເພາະແລະປັດໃຈ/ເງື່ອນໄຂອື່ນໆຊື່ງຈະຕ້ອງມີກິດຈະກຳແລະໂຄງການຈຳນວນໜື່ງເພີ່ມເຕີມເພື່ອຊ່ວຍ ໃຫ້ທິດທາງໃນການຮູ້ບັນດາສາເຫດຂອງບັນຫາທີ່ຊັບສົນ ສະໜອງໂຄງຮ່າງແຜນປະຕິບັດງານ, ລວມທັງກຳນົດກິດຈະກຳທີ່ຈະຕ້ອງດຳເນີນ,ເປົ້າໝາຍແລະຄາດຄະເນຜົນໄດ້ຮັບຂອງໂຄງການ.

31 5.2 ການພັດທະນາຕົ້ນໄມ້ບັນຫາ
SBM 5.2 ການພັດທະນາຕົ້ນໄມ້ບັນຫາ ບາດກ້າວທີ 1. ການຕັ້ງບັນຫາຫຼັກ ຂຽນບັນຫາຫຼັກ ໃສ່ກາງຂອງໃບເຈັ້ຍ, ຫຼື ເຈັ້ຍຕິດໃສ່ກະດານທີ່ຫ້ອຍໄວ້ກາງຝາ.

32 ການພັດທະນາຕົ້ນໄມ້ບັນຫາ
SBM ການພັດທະນາຕົ້ນໄມ້ບັນຫາ 5.3 ກຳນົດສາເຫດແລະຜົນກະທົບ ຜູ້ເຂົ້າອົບຮົມຕ້ອງຄິດເຖີງສາເຫດຕົ້ນຕໍແລະຜົນກະທົບຕົ້ນຕໍຂອງບັນຫາແມ່ນອັນໃດ. ທຸກສາເຫດທີ່ກຳນົດຕ້ອງຂຽນລົງໃນເບື້ອງທາງລົບ.

33 SBM 5.4 ບາດກ້າວຕໍ່ໄປ ຜູ້ຮຽນຕ້ອງສືບຕໍ່ລື້ມຄືນບັນດາບາດກ້າວ/ວິທີການນີ້ໄປຕາມເສັ້ນນອນຈົນກ່ວາເຂົາເຈົ້າຈະຊອກຫາສາເຫດບໍ່ໄດ້ອີກ.  ທົບທວນຄືນບັນດາສາເຫດແລະຜົນກະທົບຕໍ່ໆກັນໄປເພື່ອໃຫ້ຮັບປະກັນວ່າແຕ່ລະອັນແມ່ນຈະແຈ້ງແລະສົມເຫດສົມຜົນ.

34 SBM 5.5 ບາດກ້າວຕໍ່ໄປຕື່ມອີກ. ພາຍຫຼັງທີ່ໄດ້ຊັບຊ້ອນອັນດັບແລະການພົວພັນຂອງສາເຫດແລະຜົນກະທົບແຕ່ລະອັນແລ້ວ, ເຂົາສາມາດຈະຕໍ່ເຂົ້າກັນດ້ວຍເສັ້ນຕັ້ງ. ສ່ວນເສັ້ນນອນສາມາດນຳໃຊ້ເພື່ອຕິດຕໍ່ສາເຫດແລະຜົນກະທົບທີ່ກ່ຽວຂ້ອງ. ຜົນໄດ້ຮັບແມ່ນຕົ້ນໄມ້ບັນຫາຕົ້ນໜື່ງທີ່ຮ່າງບັນດາການພົວພັນລະຫວ່າງສາເຫດແລະຜົນກະທົບຂອງແຕ່ລະລະດັບທີ່ແຕກຕ່າງກັນ.

35 ບາດກ້າວທີ 5. ຕົວຢ່າງຕົ້ນໄມ້ບັນຫາ
ບາດກ້າວທີ 5. ຕົວຢ່າງຕົ້ນໄມ້ບັນຫາ ສາເຫດ-ດ້ານການເຂົ້າຮຽນ ສາເຫດ-ດ້ານຄຸນນະພາບ ຂາດຫ້ອງຮຽນ/ໂຮງຮຽນ ຂາດຫໍພັກ ຂາດນ້ຳໃຊ້ ບັນຫາດ້ານເສດຖະກິດ/ວັດທະນະທຳຂອງຄອບຄົວ ຈິດສຳນຶກ/ທັດສະນະແລະລະດັບການສຶກສາຂອງພໍ່ແມ່ນັກຮຽນ ຂາດຄູສອນ ຂາດປື້ມແບບຮຽນ ບັນຫາຕົ້ນຕໍຂອງຊັ້ນ/ໂຮງຮຽນມັດທະຍົມສຶກສາ- ການ ເຂົ້າຮຽນ ບັນຫາຕົ້ນຕໍຂອງຊັ້ນ/ໂຮງຮຽນມັດທະຍົມສຶກສາ- ຄຸນນະພາບ ອັດຕາເຂົ້າຮຽນຕ່ຳ ອັດຕາປະລະສູງ ອັດຕາລອດເຫຼືອຕ່ຳ ຜົນການຮຽນຂອງນັກຮຽນຕ່ຳ

36 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມວິໄຈຕົ້ນໄມ້ບັນຫາ. ສະເໜີຜົນງານ
School Based Management ຄົ້ນຄ້ວາໃນກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມວິໄຈຕົ້ນໄມ້ບັນຫາ. ສະເໜີຜົນງານ ຕິດໃສ່ກະດານ/ຝາແລະຍ່າງເລາະເບີ່ງ.

37 ບາດກ້າວທີ 6. ການສ້າງ/ຮ່າງແຜນປະຕິບັດງານ
ການສ້າງແຜນປະຕິບັດງານແມ່ນຂະບວນການໜື່ງທີ່ຈະຊ່ວຍທ່ານສຸມໃສ່ບັນດາແນວຄິດຂອງທ່ານແລະຕັດສີນໃຈວ່າທ່ານຈະໃຊ້ຂັ້ນຕອນໃດໃນການບັນລຸຈຸດໝາຍສະເພາະທີ່ວາງໄວ້. ມັນແມ່ນການກຳນົດສີ່ງໃດໜື່ງທີ່ທ່ານຢາກຈະບັນລຸໃນລະຍະເວລາອັນແນ່ນອນ.

38 6.1 ການສ້າງຕົ້ນໄມ້ແກ້ບັນຫາ
ການສ້າງຕົ້ນໄມ້ແກ້ບັນຫາ(ຫຼືເອີ້ນອີກແນວໜື່ງວ່າຈຸດປະສົງ)ດ້ວຍການປີ້ນຄືນບັນດາບັນຫາທາງລົບທີ່ກຳນົດໃນຕົ້ນໄມ້ບັນຫາກາຍເປັນຕົ້ນໄມ້ແກ້ບັນຫາ(ທາງບວກ). ຍົກຕົວຢ່າງ, ສາເຫດ(ຂອງບັນຫາໃນຕົ້ນໄມ້ບັນຫາ)ຄື “ການຂາດຄວາມຮູ້ຈະກາຍມາເປັນມາດຕະການເພີ່ມຄວາມຮູ້”.

39 ການສ້າງຕົ້ນໄມ້ແກ້ບັນຫາ(ຕໍ່)
ຕົ້ນໄມ້ແກ້ບັນຫາຫຼືຕົ້ນໄມ້ຈຸດປະສົງແມ່ນມາດຕະການສ້າງການພົວພັນລະຫວ່າງບັນດາຈຸດປະສົງ. ແນະນຳໃຫ້ກວດຜ່ານຕົ້ນໄມ້ແກ້ບັນຫາເພື່ອກວດກາເບີ່ງວ່າທຸກສີ່ງທີ່ກຳນົດອອກແມ່ນຈະແຈ້ງແລ້ວບໍ່, ຫຼືຍັງຂາດຂັ້ນຕອນໃດລະຫວ່າງມາດຕະການທີ່ນຳໃຊ້ແລະການແກ້ບັນຫາສຸດທ້າຍ. ຖ້າຍັງຂາດຂັ້ນຕອນໃດໜື່ງ ທ່ານຄວນແກ້ໄຂທັງຕົ້ນໄມ້ບັນຫາແລະຕົ້ນໄມ້ແກ້ບັນຫາໂດຍເພີ່ມການກຳນົດຂໍ້ຕື່ມອີກ.

40 6.2 ການຄັດເລືອກມາດຕະການແກ້ບັນຫາ
ບາດກ້າວສຸດທ້າຍແມ່ນການເລືອກເຝັ້ນຍຸດທະສາດທີ່ຕ້ອງການເພື່ອແກ້ບັນຫາ. ບາດກ້າວນີ້ແມ່ນເພື່ອໃຫ້ທີມງານອອກແບບຄັດເລືອກແລະສຸມໃສ່ມາດຕະການເພື່ອແກ້ໄຂບັນຫາດ້ວຍຍຸດທະສາດທີ່ຕ້ອງການ.

41 6.2 ການຄັດເລືອກມາດຕະການແກ້ບັນຫາ (ຕໍ່)
6.2 ການຄັດເລືອກມາດຕະການແກ້ບັນຫາ (ຕໍ່) ຕົ້ນໄມ້ແກ້ບັນຫາອາດຈະສະແດງມາດຕະການຈຳນວນໜື່ງທີ່ພົວພັນ/ເກາະກ່າຍກັນຫຼືແຍກກັນເພື່ອແກ້ບັນຫາໜື່ງ. ຂື້ນຢູ່ກັບງົບປະມານຂອງໂຄງການ, ເວລາແລະຄວາມເໝາະສົມ,ມາດຕະການທີ່ວາງແຜນໄວ້ອາດຈະບໍ່ສາມາດແກ້ໄຂທຸກສາເຫດໄດ້. ເຖີງແມ່ນວ່າທຸກບັນຫາບໍ່ສາມາດແກ້ໄຂໄດ້ດ້ວຍໂຄງການໜື່ງຫຼືໂຄງການເສີມຈຳນວນໜື່ງກໍຕາມ, ສີ່ງສຳຄັນແມ່ນຕ້ອງຊອກໃຫ້ເຫັນວ່າ/ກຳນົດໄດ້ວ່າສາເຫດອັນໃດ(ງ່າຕົ້ນໄມ້ບັນຫາ)ທີ່ມີຜົນກະທົບ/ອິດທິພົນກ່ວາກັນໃນການແກ້ບັນຫານັ້ນ.

42 6.2 ການຄັດເລືອກມາດຕະການແກ້ບັນຫາ (ຕໍ່)
ພາຍຫຼັງທີ່ທ່ານໄດ້ຄັດເລືອກມາດຕະການແກ້ບັນຫາທີ່ຕ້ອງການ/ມັກ, ບັນຫາ/ການແກ້ບັນຫາຫຼັກຈະກາຍເປັນຈຸດປະສົງຫຼືຄາດຄະເນຜົນໄດ້ຮັບຕົ້ນຂອງທ່ານ. ງ່າເບື້ອງລຸ່ມຈະແມ່ນກິດຈະກຳທີ່ທ່ານຕ້ອງການປະຕິບັດແລະງ່າເບື້ອງເທິງຈະກາຍເປັນຄາດໝາຍ(ຜົນໄດ້ຮັບ)ໄລຍະຍາວ

43 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມແຜນປະຕິບັດງານ. ສະເໜີຜົນງານ
School Based Management ຄົ້ນຄ້ວາໃນກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ 2) ກະກຽມແຜນປະຕິບັດງານ. ສະເໜີຜົນງານ ຕິດໃສ່ກະດານ/ຝາແລະຍ່າງເລາະເບີ່ງ.

44 ບາດກ້າວທີ 6. ຕົວຢ່າງຕົ້ນໄມ້ຈຸດປະສົງ
ແຜນປະຕິບັດງານ - ການເຂົ້າຮຽນ ແຜນປະຕິບັດງານ - ຄຸນນະພາບ ສ້າງອາຄານຮຽນ ສ້າງຫໍພັກ ສະໜອງນ້ຳໃຊ້ ສະໜອງທຶນອຸດໜູນ ເພີ່ມລະດັບການສຶກສາແລະຈິດສຳນຶກຂອງພໍ່ແມ່ ເພີ່ມການປະກອບສ່ວນຂອງຊຸມຊົນຜ່ານສະມາຄົມພໍ່ແມ່ນັກຮຽນແລະຄພສບ. ສະເໜີຂໍຄູທີ່ມີປະສົບການແລະໄດ້ມາດຕະຖານກໍ່ສ້າງເພີ່ມຕື່ມ ສະເໜີຂໍປື້ມແບບຮຽນເພີ່ມແລະປົກປັກຮັກສາປື້ມທີ່ມີຢູ່ໃຫ້ດີ. ເປົ້າໝາຍ/ຄາດໝາຍຫຼັກ- ການເຂົ້າຮຽນ ເປົ້າໝາຍ/ຄາດໝາຍຫຼັກ - ຄຸນນະພາບ ເພີ່ມອັດຕາເຂົ້າຮຽນ ລຸດອັດຕາປະລະ ເພີ່ມອັດຕາລອດເຫຼືອ ເພີ່ມຜົນການຮຽນຂອງນັກຮຽນ

45 ກິດຈະກຳ ເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ ບຸກຄົນ/ໜ່ວຍງານຮັບຜິດຊອບ ຄາດໝາຍເວລາ ງົບປະມານ 1. ກິດຈະກຳທີ່ຕ້ອງປະຕິບັດເພື່ອແກ້ບັນຫາທີ່ປະກົດໃນສົກຮຽນ 1.1 ການປະຕິບັດທືນອຸດໜູນການສຶກສາ 1.2 ການປະຕິບັດທືນສົ່ງເສີມການເຂົ້າຮຽນ 1.3 ຫໍພັກ 1.4 ໂຄງການອາຫານໂຮງຮຽນ 1.5 ອື່ນໆ 2. ແຜນປະຕິບັດງານການສື່ສານ 2.1 ຢ້ຽມຢາມຄອບຄົວທີ່ລູກມັກຂາດໂຮງຮຽນ 2.2 ປະຊຸມພໍ່ແມ່-ຜູ້ປົກຄອງ 2.3 ອື່ນໆ 3. ກິດຈະກຳອື່ນໆ 4. ແຜນບັນຈຸຊັບຊ້ອນຄູ ຈຳນວນຄູອາຈານທີ່ມີໃນປັດຈຸບັນແຕ່ລະວິຊາ/ແຕ່ລະຂັ້ນຮຽນ ຈຳນວນຄູອາຈານແຕ່ລະວິຊາ/ແຕ່ລະຂັ້ນຮຽນທີ່ຕ້ອງການ ໄລຍະເວລາປະຕິບັດ

46 ບາດກ້າວທີ 7. ການປະເມີນຕົນເອງ
ສົມທຽບຕົວຊີ້ບອກຜົນໄດ້ຮັບຕົວຈີງກັບຄາດຄະເນຕົວຊີ້ບອກຜົນໄດ້ຮັບປະຈຳປີ ຕົວຊີ້ບອກ ຄາດໝາຍ/ແຜນ ຜົນຕົວຈີງ ໝາຍເຫດ ອັດຕາເຂົ້າຮຽນ ອັດຕາປະລະ ອັດຕາລອດເຫຼືອ ມ4/ມ7 ຜົນສອບເສັງຈົບຊັ້ນ ວິຊາວິທະຍາສາດທຳມະຊາດ ການຈັດອັນດັບນັກຮຽນໃນວິຊາວິທະຍາສາດທຳມະຊາດໃນຫ້ອງຮຽນ

47 ມີຄໍາເຫັນ ຍ້ອງຍໍ ແລະ ສະຫຼຸບວິເຄາະ
ເນື້ອໃນ ຂອງ ການປະເມີນ ມີຄໍາເຫັນ ຍ້ອງຍໍ ແລະ ສະຫຼຸບວິເຄາະ

48 ບາດກ້າວທີ 8. ຮ່າງຄຳແນະນຳການຈັດຕັ້ງປະຕິບັດ
ຕົກລົງເປັນເອກະພາບໃນການແຕ່ງຕັ້ງຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດສະເພາະແຕ່ລະກິດຈະກຳຂອງແຜນປະຕິບັດງານລະຫວ່າງ ສະມາຊິກສະພາໂຮງຮຽນ, ຜູ້ອໍານວຍການໂຮງຮຽນ, ຄູອາຈານ, ນັກຮຽນແລະສະມາຊິກ ຄພສບ/ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ.

49 8.1 ຄົ້ນຄ້ວາໃນກຸ່ມ 1) ຈັດກຸ່ມເປັນແຕ່ລະແຂວງ 2) ທົບທວນແຜນປະຕິບັດງານ.
3)ແຕ່ງຕັ້ງຜູ້/ໜ່ວຍງານຮັບຜິດຊອບປະຕິບັດກິດຈະກຳສະເພາະ 4) ສະເໜີຜົນງານ 5) ຕິດໃສ່ກະດານ/ຝາແລະຍ່າງເລາະເບີ່ງ.

50 ໃນຂັ້ນເມືອງ: ຫ້ອງການສຶກສາທິການແລະກິລາເມືອງລວບ/ສັງລວມແຜນພັດທະນາໂຮງຮຽນແລະເອົາເຂົ້າເປັນສ່ວນໜື່ງຂອງແຜນພັດທະນາການສຶກສາຂອງເມືອງ 2)​ ບັນດາຄາດໝາຍແລະຜົນງານປະຈຳປີ ຂອງໂຮງຮຽນຈະຖືກສັງລວມແລະລາຍ ງານ ໃຫ້ ພສກຂ.

51 ຂັ້ນພະແນກສຶກສາທິການແລະກິລາແຂວງ/ນະຄອນຫຼວງ
1) ບັນດາແຜນພັດທະນາການສຶກສາຂອງເມືອງຈະສັງລວມເຂົ້າເປັນແຜນພັດທະນາການການສຶກສາຂອງແຂວງ/ນະຄອນຫຼວງ 2) ຄາດໝາຍຜົນງານປະຈຳປີຂອງໂຮງຮຽນຈະຖືກສັງລວມຢູ່ຂັ້ນແຂວງ/ນະຄອນຫຼວງ. 3) ຂໍ້ມູນຂອງໂຮງຮຽນຈະຖືກສັງລວມ

52 ຂັ້ນກົມມັດທະຍົມສຶກສາ
1) ບັນດາແຜນພັດທະນາການສຶກສາຂອງແຂວງ/ນະຄອນຫຼວງຈະສັງລວມເປັນແຜນປະຕິບັດງານຂອງວຽກມັດທະຍົມສຶກສາ 2) ຄາດໝາຍຜົນງານຂອງບັນດາໂຮງຮຽນຈະຖືກສັງລວມຢູ່ຂັ້ນສູນກາງ 3) ຂໍ້ມູນຂັ້ນໂຮງຮຽນ( ຕົວຊີ້ບອກຜົນສຳເລັດແລະຄາດໝາຍຕ່າງໆ)ຈະຖືກຕິດຕາມເພື່ອປະເມີນຜົນງານຂອງໂຮງຮຽນແລະກຳນົດການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ໂຮງຮຽນ.


Download ppt "ການຄຸ້ມຄອງໂຮງຮຽນແບບເອົາໂຮງຮຽນເປັນຖານ"

Similar presentations


Ads by Google