Presentation is loading. Please wait.

Presentation is loading. Please wait.

ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມສໍາລັບ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສີຂຽວສໍາລັບວຽກງານການປ່ຽນແປງດິນຟ້າອາກາດ (GCF) ວັນທີ 12-14 ກຸມພາ 2018,

Similar presentations


Presentation on theme: "ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມສໍາລັບ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສີຂຽວສໍາລັບວຽກງານການປ່ຽນແປງດິນຟ້າອາກາດ (GCF) ວັນທີ 12-14 ກຸມພາ 2018,"— Presentation transcript:

1 ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມສໍາລັບ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສີຂຽວສໍາລັບວຽກງານການປ່ຽນແປງດິນຟ້າອາກາດ (GCF) ວັນທີ ກຸມພາ 2018, ທີ່ ໂຮງແຮມຄຣາວພລາຊາ ການສະເໜີ ກ່ຽວກັບ ກອງທຶນສິ່ງແວດລ້ອມໂລກ (Global Environment Facility - GEF) ຢູ່ສປປ ລາວ ສະເໜີ ໂດຍ ທ່ານ ຄໍາປະດິດ ຄໍາມູນເຮືອງ, ຫົວໜ້າ ຫກປສ ແລະ ຜູ້ປະສານງານ ລະດັບຜູ້ປະຕິບັດ ຕໍ່ກອງທຶນ ສິ່ງແວດລ້ອມ ໂລກ

2 ຄວາມເປັນມາ ປະຈຸບັນນີ້ມີລັດພາຄີ ທັງໝົດ 180 ປະເທດ.
ກອງທຶນສິ່ງແວດລ້ອມໂລກ ໄດ້ຮັບການສ້າງຕັ້ງໃນປີ 1991 ເພື່ອສະໜອງທຶນ ສົ່ງເສີມການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມໂລກ ໃນບັນດາປະເທດດ້ອຍພັດທະນາ, ກຳລັງພັດທະນາ ແລະ ປະເທດທີ່ມີເສດຖະກິດຂ້າມຜ່ານ ບົນພື້ນຖານຄວາມເປັນເຈົ້າການ ແລະ ບູລິມະສິດແຫ່ງຊາດ ຂອງ ປະເທດສະມາຊິກ ໂດຍສອດຄ່ອງກັບ ນະໂຍບາຍ ແລະ ຂົງເຂດຈຸດສຸມ ຂອງ GEF. ປະຈຸບັນນີ້ມີລັດພາຄີ ທັງໝົດ 180 ປະເທດ.

3 GEF Operational and Decision Making Process
GEF Assembly (each 4 year) GEF Council Meeting (each year) GEF Operational and Decision Making Process GEF Replenishment Period for 4 year Under Secretariat Activities: Technical Meeting & Advice services GEF Constituency Meeting (1 per year) GEF Regional Constituency Meeting (1 per year) GEF Agencies AfDB ADB EBRD FAO IADB IFAD UNDP UNEP UNIDO WB Group GEF Project Agencies CI CAF DBSA FECO FUNBIO IUCN BOAD WWF-US Political and Operational Focal Point

4 ກົນໄກປະສານງານລະດັບຊາດ
ເພື່ອຮັບປະກັນການເຄື່ອນໄຫວວຽກງານດັ່ງກ່າວ, ແຕ່ລະປະເທດ ຕ້ອງໄດ້ ແຕ່ງຕັ້ງຜູ້ຮັບ ຜິດຊອບລະດັບຊາດ ໂດຍສະເພາະ ຢູ່ ສປປ ລາວ ມີດັ່ງນີ້: ຜູ້ປະສານງານລະດັບຜູ້ຕັດສິນ (Political Focal Point) ມີໜ້າທີ່ ໃຫ້ທິດຊີ້ນຳລວມ ແລະ ມີຄຳເຫັນ ໃນດ້ານນະໂຍບາຍ ຕໍ່ບົດສະເໜີໂຄງການ ຂອງບັນດາຂະແໜງການ, ຕໍ່ການເຄື່ອນໄຫວຂອງຜູ້ປະສານງານລະດັບຜູ້ປະຕິບັດ. ປະຈຸບັນ ແມ່ນທ່ານ ນາງ ບຸນຄໍາ ວໍລະຈິດ, ຮອງລັດຖະມົນຕີ ກຊສ; ຜູ້ປະສານງານ ລະດັບຜູ້ປະຕິບັດ (Operational Focal Point) ມີໜ້າທີ່ຈັດຕັ້ງປະຕິບັດ ແຜນງານ ພາຍໃຕ້ ການຊີ້ນຳຂອງຜູ້ປະສານ ງານລະດັບຜູ້ຕັດສິນ; ລາຍ ງານ ແລະ ເຂົ້າຮ່ວມທຸກໆກອງປະຊຸມ, ກວດກາຜ່ານໂຄງການ. ສຳລັບ ສປປ ລາວ ແມ່ນທ່ານ ຄຳປະດິດ ຄຳມູນເຮືອງ, ຫົວໜ້າຫ້ອງການ ກປສ ທັງເປັນຈຸດປະສານງານ ຂອງ GEF.

5 GEF ສະໜັບສະໜູນທຶນຮອນ ແລະ ຕິດຕາມ ໃນ 8 ຂົງເຂດຈຸດສຸມ ດັ່ງນີ້:
ດ້ານຊີວະນານາໆພັນ (Biodiversity); ດ້ານການປ່ຽນແປງດິນຟ້າອາກາດ (Climate Change); ດ້ານການເສື່ອມໂຊມຂອງດິນ (Land Degradation) ດ້ານສາຍນ້ຳສາກົນ (International Water); ດ້ານການປ້ອງກັນການເສື່ອມໂຊມຂອງໂອໂຊນ (Ozone Depleting Substances-ODS) ດ້ານສານເຄມີອົງຄະທາດທີ່ເປັນພິດຕົກຄ້າງ (Persistent Organic Polluants -POPs); ດ້ານການຄຸ້ມຄອງສານເຄມີຢ່າງເໝາະສົມ (Sound Chemicals Mgt.; ດ້ານການຄຸ້ມຄອງປ່າໄມ້ ແບບຍືນຍົງ (Sustainable Forest Mgt.).

6 ກອງທຶນຍ່ອຍ ກອງທຶນສະເພາະຂອງ GEF (GEF Trust Fund)
ກອງທຶນປະເທດດ້ອຍພັດທະນາ (Least Development Country Fund – LDCF). ກອງທຶນພິເສດດ້ານການປ່ຽນແປງດິນຟ້າອາກາດ (Special Climate Change Fund – SCCF) ກອງທຶນປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (Adaptation Fund) ກອງທຶນຈັດຕັ້ງປະຕິບັດອານຸສັນຍານາໂກຢາ ວ່າດ້ວຍ ການມີຜົນປະໂຫຍດຮ່ວມກັນ ໃນດ້ານຊີວະນາໆພັນ (Nagoya Protocol Implementation Fund) ກອງທຶນຍ່ອຍພາຍໃຕ້ສົນທິສັນຍາ ມີນາມາຕະ ວ່າດ້ວຍການຄຸ້ມຄອງທາດບາຫຼອດ (Minamata Convention on Mercurey)

7 ສປປ ລາວ ໄດ້ຮັບທຶນ ໃນໄລຍະຜ່ານມາ ຕັ້ງແຕ່ປີ 1991 ຫາປີ 2018 ສປປ ລາວ ໄດ້ຮັບອະນຸມັດໂຄງການ ໃນງົບປະມານ 330 ລ້ານໂດລາສະຫະລັດ ໄດ້ມີການຈັດຕັ້ງ 58 ໂຄງການ ເຊິ່ງໃນນັ້ນ 88% ແມ່ນມາຈາກ ກອງທຶນສະເພາະຂອງ GEF (GEF Trust Fund) ແລະ 22% ແມ່ນໄດ້ມາຈາກ ກອງທຶນປະເທດດ້ອຍພັດທະນາ (Least Development Country Fund – LDCF).

8 ຜົນຂອງການຈັດຕັ້ງປະຕິບັດໂຄງການ GEF 1-6 ໃນ ສປປ ລາວ
ໄລຍະປີ 2002 ຫາ 2006 ສຳລັບ GEF 3, ໄດ້ຈັດຕັ້ງປະຕິບັດໂຄວການດ້ານຊີວະກະສິກຳ ໂດຍສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບ FAO ໃນມູນຄ່າ 3 ລ້ານໂດລາສະຫະລັດ.

9 ໄລຍະປີ 2006 ຫາ 2010 ສຳລັບ GEF 4, ໄດ້ຮັບທຶນສະໜັບສະໜູນສຳລັບວຽກງານຊີວະນາໆພັນ ໃນມູນຄ່າ 5,2 ລ້ານໂດລາສະຫະລັດ ບ້ວງທຶນສະເພາະ ສປປ ລາວ ເຊິ່ງໄດ້ສະໜີ 3 ໂຄງການ. ສຳລັບວຽກງານການປ່ຽນແປງດິນຟ້າອາກາດ ນອນໃນບ້ວງຍາດແຍ່ງໄດ້ໃນມູນຄ່າບໍ່ເກີນ 3,5 ລ້ານໂດລາສະຫະລັດ ເຊິ່ງໄດ້ສະເໜີ 3 ໂຄງການເຊັ່ນກັນ. ໄລຍະປີ 2011 ຫາ 2014 ສຳລັບ GEF 5 ໄດ້ຮັບການອະນຸມັດໃນບ້ວງທຶນຫລັກຂອງ GEF ທັງໝົດ 10,86 ລ້ານໂດລາສະຫະລັດ. ໃນນັ້ນໄດ້ໂອນໄປໃສ່ໃນບ້ວງໂຄງການ ໃນແນງານຂະໜາດນ້ອຍ (SGP) ໃນມູນຄ່າ 2,4 ລ້ານໂດລາສະຫະລັດ, ສ່ວນເຫລືອ 8,46 ລ້ານໂດລາສະຫະລັດແມ່ນສຸມໃສ່ການສະໜັບສະໜູນ 3 ຂົງເຂດບູລິມະສິດຄື: ຊີວະນາໆພັນ ໃນມູນຄ່າ 4,91 ລ້ານໂດລາສະຫະລັດ, ການປ່ຽນແປງດິນຟ້າອາກາດ 2,46 ລ້ານໂດລາສະຫະລັດ ແລະ ການເຊື່ອມໂຊມຂອງດິນ 1,09 ລ້ານໂດລາສະຫະລັດ ທີ່ໄດ້ສຸມໃສ່ຈັດຕັ້ງໂຄງການບູລິມະສິດ 3 ໂຄງການ.

10 ໄລຍະປີ 2014 ຫາ 2018 ສຳລັບ GEF 6, ສປປ ລາວ ໄດ້ຮັບອະນຸມັດບ້ວງທຶນຫລັກຂອງ GEF (GEF STAR) ທັງໝົດ 11,57 ລ້ານໂດລາສະຫະລັດ ເຊິ່ງໄດ້ແບ່ງງົບປະມານດັ່ງນີ້: ຂົງເຂດຊີວະນາໆພັນ 6,8 ລ້ານໂດລາສະຫະລັດ, ການປ່ຽນແປງດິນຟ້າອາກາດ 3,07 ລ້ານໂດລາສະຫະລັດ ແລະ ການເຊື່ອມໂຊມຂອງດິນ 1,63 ລ້ານໂດລາສະຫະລັດ.

11 GEF Funding since

12 ຂໍຂອບໃຈ


Download ppt "ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມສໍາລັບ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສີຂຽວສໍາລັບວຽກງານການປ່ຽນແປງດິນຟ້າອາກາດ (GCF) ວັນທີ 12-14 ກຸມພາ 2018,"

Similar presentations


Ads by Google