Presentation is loading. Please wait.

Presentation is loading. Please wait.

Dermatology update in common cases and treatment

Similar presentations


Presentation on theme: "Dermatology update in common cases and treatment"— Presentation transcript:

1 Dermatology update in common cases and treatment
ສະເໜີໃນກອງປະຊຸມວິຊາການຕໍ່ເນື່ອງຄັ້ງທີ 8 ໃຫ້ແກ່ແພດຊ່ຽວຊານເວດຊະສາດຄອບຄົວ ທີ່ເຮັດວຽກຢູ່ໂຮງໝໍ ແຂວງ, ເມືອງ, ສູນກາງ ແລະ ສູນຕ່າງໆ ທີ່ຫ້ອງປະຊຸມໂຮງໝໍ ມິດຕະພາບ 18 ມັງກອນ 2017 ສະເໜີໂດຍ: ດຣ. ບຸດດາ ບຸນມີວິເສດ

2 Some Common Skin Diseases
ພະຍາດເກັດທຽນໄຂ (Psoriasis) ພະຍາດເກັດສີກຸຫຼາບ (Pityriasis Rosea)

3 ພະຍາດເກັດທຽນໄຂ (Psoriasis)
ເກັດທຽນໄຂເປັນພະຍາດພູມແພ້ໂຕເອງໄລຍະຍາວ ເຊີ່ງກໍ່ໃຫ້ເກີດຄວາມຜິດປົກະຕິຂອງຜິວໜັງ ເຮັດໃຫ້ເກີດແຜ່ນແຜຜິວໜັງທີ່ມີລັກສະນະສະເພາະ ໂດຍຂື້ນກັບແຕ່ລະຊະນິດຂອງເກັດທຽນໄຂ ເຊີ່ງ ລວມມີ ຜິວໜັງແດງເປັນແຜ່ນ, ຄັນ ຫຼື ບໍ່ຄັນ, ມີເກັດຂາວເລັກນ້ອຍ ຫາ ຫຼາຍ ແລະ ໜາຕົວ, ການກະທົບ ຫຼື ຖືກຂູດ ຂີດ ພຽງເລັກນ້ອຍ ກໍສາມາດ ກໍ່ໃຫ້ເກີດປະກົດການ ທີ່ເອີ້ນວ່າ Koebner phenomenon, ຕຸ່ມໜອງກໍພົບໄດ້ເຊັ່ນກັນ.

4 ເກັດທຽນໄຂ ເລີ່ມຈາກແຜເປັນຈຸດນ້ອຍ ເກີດສະເພາະທີ່ ຫາ ແຜ່ນແຜທີ່ໃຫ່ຍ ແລະ ເປັນທົ່ວຮ່າງກາຍໄດ້. ເລັບ ແລະ ຂໍ່ກະດູກ ກໍຖືກກະທົບໄດ້ເໝືອນກັນ. ຄວາມຮຸນແຮງ ຫຼື ເບົາບາງຂອງພະຍາດບໍ່ສາມາດຄາດຄະເນໄດ້, ແຕ່ມີຫຼາຍປັດໃຈທີ່ສາມາດຊຸກຍູ້ເຮັດໃຫ້ເກັດທຽນໄຂມີຄວາມຮຸນແຮງຂື້ນ ເຖີງປະຈຸບັນ ຍັງບໍ່ສາມາດປີ່ນປົວພະຍາດເກັດທຽນໄຂໃຫ້ຫາຍຂາດໄດ້.

5

6 ສາຍເຫດຂອງພະຍາດເກັດທຽນໄຂ
ສາຍເຫດທີ່ແທ້ຈິງຂອງພະຍາດເກັດທຽນໄຂ ເຖີງປະຈຸບັນຍັງບໍ່ຮູ້ໄດ້ຢ່າງແຈ່ມແຈ້ງ, ແຕ່ມີຫຼາຍການສຶກສາຄົ້ນຄວ້າສະແດງໃຫ້ເຫັນໄດ້ດັ່ງນີ້: Genetic and immune system: ການສຶກສາພົບວ່າ ມີປະມານ 1 – 3 ຂອງຄົນເຈັບທີ່ເປັນເກັດທຽນໄຂ ມີປະຫວັດຄົນໃນຄອບຄົວເປັນພະຍາດດັ່ງກ່າວ, ກາມະພັນກໍເປັນພຽງປັດໃຈພື້ນຖານຂອງການເກີດພະຍາດເທົ່ານັ້ນ ເພາະການເກີດພະຍາດບໍ່ໄດ້ຂື້ນກັບປັດໃຈທາງກາມະພັນພຽງຢ່າງດຽວ, ແຕ່ມີປັດໃຈອື່ນໆອີກທີ່ເປັນຕົວກະຕຸ້ນເຮັດໃຫ້ເກີດພະຍາດ.

7 ສາຍເຫດຂອງພະຍາດເກັດທຽນໄຂ (ຕໍ່)
Lifestyle: ການດໍາລົງຊີວິດຢູ່ພາຍໃຕ້ສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເກີດພະຍາດ, ການປ່ຽນແປງຂອງລະດູ ແລະ ອາກາດ, ການອາບນໍ້າຮ້ອນ, ການແກະເກົາ, ຖືກຂູດ ຂີດ, ການດື່ມເຫຼົ້າ ສູບຢາ, ອາຫານບາງຊະນິດ, ຄວາມອ້ວນ, ຄວາມກົດດັນທາງອາລົມ, ການເປັນພະຍາດຊຶມເຊື້ອຊໍາເຮື້ອ. HIV: ຜູ້ທີ່ເປັນພະຍາດເກັດທຽນໄຂ ຫາກມີ HIV positive ຈະເຮັດໃຫ້ພະຍາດຮຸນແຮງຫຼາຍເທົ່າຕົວ ເປັນຕົ້ນແມ່ນມັກພາໃຫ້ເກີດເປັນ Psoriatic arthritis ແລະ ດື້ຕໍ່ການປິ່ນປົວ. Microbes: ເກັດທຽນໄຂຈະເກີດຂຶ້ນ ຫາກມີການຕິດເຊື້ອ Strep throat, Staphylococcus aureus, Malassezia, and Candida albicans.

8 ສາຍເຫດຂອງພະຍາດເກັດທຽນໄຂ (ຕໍ່)
Medications: ມີຢາຫຼາຍຊະນິດທີ່ກໍ່ໃຫ້ເກີດເປັນເກັດທຽນໄຂ ແລະ ເປັນສາຍເຫດເຮັດໃຫ້ພະຍາດດັ່ງກ່າວມີຄວາມຮຸນແຮງຂຶ້ນ ໄດ້ແກ່ຢາຈຳພວກ beta blockers, lithium, antimalarial medications,  non-steroidal anti-inflammatory drugs, terbinafine, calcium channel blockers, captopril, glyburide, granulocyte colony- stimulating factor, interleukins,  interferons, lipid-lowering drugs, and paradoxically TNF inhibitors such as infliximab or adalimumab. Withdrawal of corticosteroids (topical steroid cream)

9 ອາການສະແດງຂອງພະຍາດເກັດທຽນໄຂ
ເກັດທຽນໄຂມີອາການສະແດງອອກເປັນຫຼາຍຮູບແບບ ໂດຍຂຶ້ນກັບແຕ່ລະປະເພດຂອງການເປັນ ເຊີ່ງ ໄດ້ແບ່ງອອກເປັນ 5 ປະເພດຫຼັກຄື: Psoriasis vulgaris: ຈະສະແດງໃຫ້ເຫັນ ແຜໜັງເປັນແຜ່ນສີແດງ ຂອບແຜແຈ້ງດີ ແລະ ສວດສູງ, ເປັນຮູບວົງມົນ ປົກດ້ວຍເກັດສີຂາວແໜ້ນໜາ ເວລາແກະ ເກັດຈະຂຸອອກ ເໝືອນຂີ້ທຽນໄຂ ແລະຈະເຫັນເລືອດຍິ້ມອອກມາ ເຊີ່ງ ເປັນລັກສະນະສະເພາະ ຂອງພະຍາດດັ່ງກ່າວ, ມັກພົບເຫັນແຜ່ນແຜນີ້ຢູ່ຫົວ, ລຳຕົວ, ແຂນ ຂາ, ຕີນ, ມື ໂດຍສະເພາະ ແມ່ນຢູ່ ບໍລິເວນຂໍ່ສອກ, ຂໍ່ຫົວເຄົ່າ ທັງສອງເບື້ອງ ແລະ ຂໍ່ແອວ, ແລະກໍເປັນປະເພດທີ່ພົບເຫັນຫຼາຍທີ່ສຸດ ຄື ກວມເຖິງ 85-90%.

10

11

12 2. Guttate psoriasis: ຈະເຫັນແຜໜັງ ເປັນຈຸດວົງມົນນ້ອຍໆ ທີ່ມີຂະໜາດ ບໍ່ເກີນ 1 cm, ປົກເກັດຂາວ,ລັກສະນະຄ້າຍກັບຢອດທຽນໄຂ ກະຈາຍຢູ່ ຕາມລໍາຕົວ ເປັນສ່ວນໃຫຍ່, ມັກພົບໃນຄົນເຈັບອາຍຸ ນ້ອຍກວ່າ 30 ປີ ແລະ ມັກມີປະຫວັດ ການອັກເສບ ລະບົບຫາຍໃຈພາກສ່ວນເທີງມາກ່ອນ, ພົບໄດ້ ປະມານ 10% ຂອງຄົນເຈັບທີ່ເປັນ ເກັດທຽນໄຂ.

13

14

15 3. Pustular psoriasis: ຈະເຫັນເປັນຕຸ່ມໜອງຂະໜາດນ້ອຍ ເທີງຜິວໜັງທີ່ມີການອັກເສບ ແດງ ແລະ ເປັນຕຸ່ມໜອງ ທີ່ ປາສະຈາກການຕິດເຊື້ອ, ຈະສະແດງໃຫ້ເຫັນ ໃນຮູບແບບ ທີ່ເປັນສະເພາະທີ່ ແລະ ຮູບແແບບ ທີ່ເປັນກະຈາຍທົ່ວຕົນໂຕໄດ້, ເປັນຊະນິດທີ່ມີຜົນກະທົບຮຸນແຮງຕໍ່ຄົນເຈັບຫຼາຍ ເພາະຈະມີອາການອື່ນໆສົມທົບນຳ ເຊັ່ນ: ຄົນເຈັບຈະມີອາການໄຂ້ ໜາວສັ່ນ, ອາການຄັນຮຸນແຮງ, ຊີບພະຈອນເຕັ້ນໄວ, ມີພາວະຂາດນໍ້າ ເມື່ອ ອ່ອນເພັຍ, ເຈັບຫົວ, ປວດຮາກ, ກ້າມຊີ້ນອ່ອນແຮງ ແລະ ເຈັບຂໍ່, ເລືອດຈາງ ແລະ ນໍ້າໜັກຫຼຸດ.

16

17

18 4. Inverse psoriasis: ເປັນຊະນິດທີ່ເກີດຢູ່ບໍລິເວນໜັງພັບຂອງຮ່າງກາຍ ເຊັ່ນ: ຢູ່ບໍລິເວນຂີ້ແຮ້, ແອບແອຂາ, ກ້ອງນົມເປັນຕົ້ນ ຈະເຫັນເປັນຜືນສີແດງ ແລະ ບໍ່ຄ່ອຍມີເກັດ.

19

20 5. Erythrodermic psoriasis: ແມ່ນຜິວໜັງແດງເກືອບໝົດທົ່ວຕົນໂຕ ແລະ ມີເກັດເປັນຂຸຍສີຂາວນ້ອຍໆ, ປະເພດນີ້ເກີດຂຶ້ນເມືອແຜໜັງທີ່ເປັນຢູ່ໄດ້ຂະຫຍາຍຕົວຢ່າງໄວວາ ໂດຍ ມີສາຍເຫດມາຈາກການຖືກປັດໃຈກະຕຸ້ນຕ່າງໆ ຫຼື ຈາກການຂາດຢາ ຫຼື ຢຸດຢາກະທັນຫັນ ແລະ ມັນສາມາດເກີດຂື້ນໄດ້ກັບທຸກປະເພດຂອງເກັດທຽນໄຂ.

21

22

23 ການບົ່ງມະຕິພະຍາດ ເກັດທຽນໄຂ
ບໍ່ມີການກວດວິເຄາະໃດ ທີ່ສະເພາະເຈາະຈົງ ເພື່ອເປັນໂຕອ້າງອີງ ໃຫ້ແກ່ການບົ່ງມະຕິ ພະຍາດເກັດທຽນໄຂ, ແຕ່ຫາກແມ່ນ ການກວດກາຜິວໜັງຂອງຄົນເຈັບ ລວມທັງການຊັກປະຫວັດ ເຊີ່ງ ມີລັກສະນະສະເພາະ ຂອງແຕ່ລະຊະນິດ ເກັດທຽນໄຂນັ້ນເອງ ເປັນຕົວຕັດສິນໃຫ້ແກ່ການບົ່ງມະຕິ, ສ່ວນການວິເຄາະ ແມ່ນພຽງແຕ່ໃຊ້ ເພື່ອໄຈ້ແຍກ ກັບພະຍາດອື່ນໆທີ່ມີອາການໃກ້ຄຽງກັນເທົ່ານັ້ນ ແລະ ຫຼື ໃຊ້ກວດເພື່ອຊອກຫາ ພາວະແຊກຊ້ອນອື່ນໆທີ່ເຮັດໃຫ້ພະຍາດມີຄວາມຮຸນແຮງ, ເພື່ືອແນ່ໃສ່ການປິ່ນປົວ

24 ການບົ່ງມະຕິຈຳແນກ Seborrheic dermatitis Discoid eczema Lichen planus
Tinea corporis Pityriasis rosea Leprosy Ichthyosis Cutaneous T cell lymphoma Secondary syphilis

25 ການປິ່ນປົວພະຍາດ ເກັດທຽນໄຂ
ຍັງບໍ່ມີ ການປິ່ນປົວໃດ ທີ່ສາມາດ ເຮັດໃຫ້ພະຍາດ ເກັດທຽນໄຂ ຫາຍຂາດໄດ້ ມີພຽງແຕ່ເຮັດໃຫ້ ອາການຂອງພະຍາດ ທຸເລົາ ເບົາບາງລົງ ຫຼື ຫາຍໄປ ໄລຍະໃດນຶ່ງເທົ່ານັ້ນ ເຊີ່ງ ຂຶ້ນຢູ່ກັບ ສະພາບແວດລ້ອມ, ການປ່ຽນແປງຂອງສະພາບອາກາດ, ບຸກຄະລິກ ລັກສະນະ ວິຖີການດໍາລົງຊີວິດ, ການຕິດເຊື້ອ, ການໃຊ້ຢາ ຫຼື ການເຈັບເປັນພະຍາດໃດນຶ່ງຂອງຄົນເຈັບເອງ ເປັນຕົວຕັດສິນ ວ່າອາການຂອງພະຍາດຈະດີຂຶ້ນໄວ ຫຼື ຊ້າ ແລະ ການກັບເປັນຄືນໃໝ່.

26 ມີຫຼາຍຮູບແບບການປິ່ນປົວ ເກັດທຽນໄຂ
Topical agents: Topical corticosteroid preparations (cream, ointment),  dithranol, vitamin D3 analogs (for example, calcipotriol), and retinoids, and coal tar applications, Moisturizers and emollients such as mineral oil, petroleum jelly, calcipotriol, and decubal Antidandruff shampoo Light exposure: Phototherapy in the form of sunlight has long been used for psoriasis. Wavelengths of 311–313 nanometers are most effective. Narrow band UVB light (NBUVB), and PUVA therapy

27 Systemic agents: systemic therapies including medications by mouth or injectable treatments such as  
Systemic corticosteroids Ciclosporin, used if symptoms need to be controlled quickly Colchicine Biologic agents Calcineurin inhibitors: Tacrolimus and pimecrolimus  Antibiotics to treat the strep throat or any other infection.

28 Surgery: Limited evidence suggests removal of the tonsils may benefit people with chronic plaque psoriasis, guttate psoriasis, and palmoplantar pustulosis Diet:

29 ຂອບໃຈ


Download ppt "Dermatology update in common cases and treatment"

Similar presentations


Ads by Google