Presentation is loading. Please wait.

Presentation is loading. Please wait.

9/18/2018 ບົດທີ9: ການປັບປຸງອົງກອນດ້ວຍຂ່າວສານຂໍ້ມູນ (Redesigning the Organization with Information System) ການໃຊ້ເທັກໂນໂລຊີຂ່າວສານຂໍ້ມູນໄດ້ພົວພັນໂດຍກົງກັບການປ່ຽນແປງການຄຸ້ມຄອງ.

Similar presentations


Presentation on theme: "9/18/2018 ບົດທີ9: ການປັບປຸງອົງກອນດ້ວຍຂ່າວສານຂໍ້ມູນ (Redesigning the Organization with Information System) ການໃຊ້ເທັກໂນໂລຊີຂ່າວສານຂໍ້ມູນໄດ້ພົວພັນໂດຍກົງກັບການປ່ຽນແປງການຄຸ້ມຄອງ."— Presentation transcript:

1 9/18/2018 ບົດທີ9: ການປັບປຸງອົງກອນດ້ວຍຂ່າວສານຂໍ້ມູນ (Redesigning the Organization with Information System) ການໃຊ້ເທັກໂນໂລຊີຂ່າວສານຂໍ້ມູນໄດ້ພົວພັນໂດຍກົງກັບການປ່ຽນແປງການຄຸ້ມຄອງ ແລະ ການຈັດຕັ້ງຂອງອົງກອນ: ໃນບົດນີ້ຈະໄດ້ເວົ້າເຖິງລະບົບຂ່າວສານຂໍ້ມູນໃໝ່ທີ່ໄດ້ຮັບການອອກແບບ, ສ້າງ ແລະ ຕິດຕັ້ງ ໂດຍມີການເອົາໃຈໃສ່ເປັນພິເສດຕໍ່ກັບັນຫາການປັບປ່ຽນ ແລະ ປັບໂຄງສ້າງວິສະວະກໍາ. 9/18/2018 ອາມອນ ຈັນທະພາວົງ

2 ເນື້ອໃນຂອງບົດຮຽນ 9.1 ລະບົບທີ່ສອດຄ່ອງກັບແຜນການປ່ຽນແປງຂອງອົງກອນ (System as Planning Organization Change) 9.2 ສັງເຂບການພັດທະນາການຂອງລະບົບ (Overview of System Development) 9.2.1 ການວິເຄາະລະບົບ (Systems Analysis) 9.2.2 ການອອກແບບລະບົບ (Systems Design) 9.2.3 ການດໍາເນີນວິວັດການພັດທະນາລະບົບໃຫ້ຄົບຖ້ວນສົມບູນ (Completing the Systems Development Process) 9/18/2018 ອາມອນ ຈັນທະພາວົງ

3 ເນື້ອໃນຂອງບົດ(ຕໍ່) 9.3 ມູນຄ່າທຸລະກິດຂອງລະບົບຂ່າວສານຂໍ້ມູນ (Business Value of Information Systems) ຕົວແບບວາງງົບປະມານທຶນ (Capital Budgeting Models ) ສຶກສາຕົວແບບທີ່ບໍ່ແມ່ນແບບການເງິນ (Non Financial and Strategic Considerations) 9/18/2018 ອາມອນ ຈັນທະພາວົງ

4 9.1 ລະບົບທີ່ສອດຄ່ອງກັບແຜນການປ່ຽນແປງຂອງອົງກອນ (System as Planning Organization Change)
ການນໍາເອົາລະບົບຂ່າວສານເຂົ້າມາໃຊ້ໃໝ່ຕ້ອງໄດ້ຄໍານຶງ ຫຼື ສຶກສາລະອຽດກ່ຽວກັບຜົນກະທົບຕ່າງໆທີ່ຈະເກີດຂື້ນເຊັ່ນ: ຜົນກະທົບຕໍ່ວຽກງານ, ຄວາມຊໍານານງານ, ການຄຸ້ມຄອງ ແລະ ບໍລິຫານອົງກອນ. ດັ່ງນັ້ນຕ້ອງໄດ້ຊອກຫາວິທີແກ້ໄຂຄວາມຂັດແຍ່ງທີ່ຈະເກີດຂື້ນຢ່າງຄ່ອງແຄ້ວ. ດັ່ງນັ້ນຕ້ອງໄດ້ເອົາໃຈໃສ່ບາງບັນຫາຄື: ກໍານົດຂະໜາດຂອງການປ່ຽນແປງທີ່ຕ້ອງການ ໂດຍກໍານົດໂຄງການຕ່າງໆທີ່ຈະປະຕິ ບັດລະບົບໃໝ່ຕ້ອງນອນຢູ່ໃນແຜນດໍາເນີນງານຂອງອົງກອນ ແລະ ສະໜັບສະໜູນແຜນທຸລະກິດລວມ. ຫຼັງຈາກໂຄງການແຕ່ລະອັນໄດ້ຖືກເລືອກເຟັ້ນ ພາຍໃຕ້ກອບຂອງແຜນທຸລະກິດລວມແລ້ວ ແຜນລະບົບຂ່າວສານຂໍ້ມູນຕ້ອງໄດ້ຮັບການພັດທະນາເປັນອັນດັບຕໍ່ມາ. 9/18/2018 ອາມອນ ຈັນທະພາວົງ

5 ແຜນພັດທະນາລະບົບຂ່າວສານຂໍ້ມູນ
ຕ້ອງໄດ້ດໍາເນີນຕາມບາດກ້າວດັ່ງນີ້: ຈຸດປະສົງຂອງແຜນການ (ສັງເຂບເນື້ອໃນຂອງແຜນການ, ການປ່ຽນແປງທີ່ມີໃນບໍລິສັດ, ແຜນຍຸດທະສາດຂອງບໍລິສັດ, ການຈັດຕັ້ງຂອງທຸລະກິດ ແລະ ຂະບວນວິວັດຂອງທຸລະກິດທີ່ສໍາຄັນ) ແຜນຍຸດທະສາດທຸລະກິດເກົ່າ (ສະພາບການໃນຂະນະນັ້ນ, ການຈັດຕັ້ງຂອງທຸລະກິດການປ່ຽນ ແປງໃນສະພາບແວດລ້ອມ ແລະ ເປົ້າໝາຍຕົ້ນຕໍ) ລະບົບທີ່ໃຊ້ຜ່ານມາ (ລະບົບທີ່ໃຫ້ການສະໜັບສະໜູນທຸລະກິດ, ໜ້າທີ່ ແລະ ການປະມວນຜົນຕ່າງໆ, ສະມັດຕະພາບຂອງເຄື່ອງ, ບັນຫາທີ່ເກີດຂື້ນໃນການຕອບສະໜອງຄວາມຕ້ອງການ...) ການພັດທະນາລະບົບໃໝ່ (ການສ້າງລະບົບໃໝ່, ລາຍລະອຽດຂອງໂຄງການ, ສະມັດຕະພາບຂອງເຄື່ອງໃໝ່ທີ່ຕ້ອງການ) ການຄຸ້ມຄອງຍຸດທະສາດ (ແຜນການຄຸ້ມຄອງ, ໄລຍະເວລາ, ການຈັດວາງການຈັດຕັ້ງຄືນໃໝ່, ການຈັດຕັ້ງສັບຊ້ອນ, ການຄຸ້ມຄອງ, ການເຝິກອົບຮົມ ແລະ ຍຸດທະສາດທາງດ້ານບຸກຄະລາກອນ) ການປະຕິບັດແຜນການ (ລາຍລະອຽດໃນການປະຕິບັດແຜນການ, ບັນຫາທີ່ເກີດຂື້ນໃນການປະຕິ ບັດ, ລາຍງານຄວາມຄືບໜ້າ) ຄວາມຕ້ອງການດ້ານງົບປະມານ (ຄວາມຕ້ອງການ, ການປະຢັດທີ່ເປັນໄປໄດ້, ແຫຼ່ງທຶນ, ຮອບວຽນການຊື້) 9/18/2018 ອາມອນ ຈັນທະພາວົງ

6 9. 2 ສັງເຂບພັດທະນາການຂອງລະບົບ (Overview of System Development)
ການສັງເຂບຄືນພັດທະນາການຂອງລະບົບຈະຊ່ວຍໃຫ້ເຫັນບັນຫາ, ຈຸດຄົງຄ້າງ, ສາຍເຫດທີ່ພາໃຫ້ເກີດບັນຫາ ແລະ ທາງເລືອກໃນການແກ້ບັນຫາດັ່ງກ່າວ. ຍ້ອນວ່າໃນທຸກໆກິດຈະກໍາໃນແຜນພັດທະນາລະບົບລວມ, ແຕ່ເປັນກິດຈະກໍາຂອງສະມາຊິກທຸກຄົນໃນອົງກອນ. ດ່ັງນັ້ນການປະກອບສ່ວນຂອງຊະມາຊິກ ເປັນບັນຫາສໍາຄັນ. 9/18/2018 ອາມອນ ຈັນທະພາວົງ

7 ແຜນພັດທະນາລະບົບ ºö¤¡º­ ¸òÀ£¾½ì½®ö® ­¿Ã§É Áì½ ®¿ì÷¤»ñ¡¦¾ ¯ñ®¯È¼­
ºº¡Á®® ì½®ö® ¯ñ®¯È¼­ ¡¾­¦É¾¤ ¯ëÁ¡ë´ êö©¦º® 9/18/2018 ອາມອນ ຈັນທະພາວົງ

8 9.2.1 ການວິເຄາະລະບົບ (Systems Analysis)
ຕ້ອງໄດ້ດໍາເນີນໄປຕາມບາດກ້າວດັ່ງນີ້: ສະເໜີບັນຫາທີ່ມີຈາກການໃຊ້ລະບົບເກົ່າ (ສ້າງແຜນຜັງຂອງລະບົບເກົ່າ, ສຶກສາບັນຫາຕ່າງໆໃນການນໍາໃຊ້ຈາກຜູ້ໃຊ້, ຮາດແວ, ຊອບແວທີ່ໄດ້ໃຊ້, ວາງເປົ້າໝາຍໃນການແກ້ບັນຫາ). ສຶກສາຄວາມເປັນໄປໄດ້ໃນການສ້າງລະບົບໃໝ່ (ສຶກສາຄວາມສາ ມາດໃນການສ້າງລະບົບໃໝ່ທາງດ້ານເຕັກນິກ, ເສດຖະກິດ, ການປະຕິບັດການໃນການນໍາໃຊ້, ປົກປັກຮັກສາ ແລະ ບໍາລຸງຮັກສາ). ກໍານົດຄວາມຕ້ອງການດ້ານຂ່າວສານຂໍ້ມູນ (ກໍານົດຂໍ້ມູນຂ່າວສານຕາມຄວາມຕ້ອງການຂອງຜູ້ໃຊ້ຢ່າງລະອຽດ, ອາດຈະແຕ້ມເປັນລະ ບົບການໄຫຼຂອງຂໍ້ມູນຕາມລະດັບຄວາມຕ້ອງການ, ຈໍາແນກໜ້າທີ່ຂອງລະບົບ). 9/18/2018 ອາມອນ ຈັນທະພາວົງ

9 9.2.2 ການອອກແບບລະບົບ (Systems Design)
ເປັນການສ້າງແຜນຜັງຂອງລະບົບທີ່ປະກອບດ້ວຍລາຍລະອຽດຕ່າງໆທີ່ສະແດງເຖິງຮູບແບບ ແລະ ໂຄງສ້າງລະບົບ. ການອອກແບບໄດ້ແບ່ງອອກເປັນ 2 ພາກສ່ວນຄື: ການອອກແບບໃນການປ້ອນຂໍ້ມູນເຂົ້າໃນລະບົບ, ໃນນັ້ນຈະໄດ້ອະທິບາຍວິທີການນໍາໃຊ້, ການໄຫຼຂອງຂໍ້ມູນຂ່າວ ສານໃນແຕ່ລະໜ້າວຽກ. ການອອກແບບການສະແດງຜົນຂອງຂໍ້ມູນຕໍ່ຜູ້ໃຊ້, ອາດຈະຢູ່ໃນຮູບແບບບົດລາຍງານ. 9/18/2018 ອາມອນ ຈັນທະພາວົງ

10 9.2.3 ດໍາເນີນວິວັດການພັດທະນາລະບົບໃຫ່ຄົບຖ້ວນບໍລິບູນ (Completing the Systems Development Process)
ເປັນຂັ້ນຕອນທີ່ສໍາຄັນ ເພື່ອເຮັດໃຫ້ການວິເຄາະ ແລະ ການອອກແບບລະບົບປະກົດເປັນຈິງ. ເຊິ່ງມີບາດກ້າວດັ່ງນີ້: ການສ້າງໂປຣແກຣມ (Programming) ການກວດສອບ (Testing) ການປັບປ່ຽນ (Conversion) ການນໍາໃຊ້ ແລະ ການບໍາລຸງຮັກສາ (Production Maintenance) 9/18/2018 ອາມອນ ຈັນທະພາວົງ

11 9.3 ມູນຄ່າທຸລະກິດຂອງລະບົບຂ່າວສານຂໍ້ມູນ(Business Value of Information Systems)
ໃນການໃຊ້ລະບົບຂ່າວສານຂໍ້ມູນທາງດ້ານທຸລະກິດຈະໄດ້ຫຼາຍມູນຄ່າທີ່ແຕກຕ່າງກັນ. ຖ້າໂຄງລ່າງເທັກໂນໂລຊີຫາກເຂັ້ມແຂງ, ວິສະວະກິດຈະສາມາດສ້າງມູນຄ່າໄດ້ຍາວນານ. ການລົງທຶນໃສ່ລະບົບຂ່າວສານຂໍ້ມູນຈະໃຫ້ຜົນກຸ້ມຄ່າຕໍ່ກັບຕົ້ນທຶນທີ່ລົງໄປ ຫຼື ບໍ່? 9/18/2018 ອາມອນ ຈັນທະພາວົງ

12 ວິທີໃນການພິຈາລະນາມູນຄ່າຂອງຂ່າວສານຂໍ້ມູນ
ມີຫຼາຍວິທີໃນການພິຈາລະນາມູນຄ່າຂອງຂ່າວສານຂໍ້ມູນເຊັ່ນ: ຕົວແບບທາງງົບປະມານມີ 3 ຕົວແບບທີ່ໃຊ້ຫຼາຍຄື: 1. ວິທີອັດຕາສ່ວນຕົ້ນທຶນກໍາໄລ. 2. ມູນຄ່າປັດຈຸບັນສຸດທິ. 3. ອັດຕາຜົນຕອບແທນຂອງການລົງທຶນ. 9/18/2018 ອາມອນ ຈັນທະພາວົງ

13 9.3.1 ຕົວແບບທາງງົບປະມານທຶນ (Capital Budgeting Models)
ໃຊ້ສໍາລັບວັດແທກມູນຄ່າຂອງການລົງທຶນໃນໄລຍະຍາວຂອງໂຄງການລົງທຶນ. ເປັນວິວັດທະນາການໃນການວິເຄາະ ແລະ ເລືອກເຟັ້ນຂໍ້ສະເໜີຕ່າງໆໃນການໃຊ້ຈ່າຍທຶນ ເພື່ອຂະຫຍາຍທຸລະກິດ ຫຼື ເພື່ອປັບປຸງອຸປະກອນໃນການຜະລິດໃຫ້ທັນສະໄໝ. 9/18/2018 ອາມອນ ຈັນທະພາວົງ

14 1 ວິທີອັດຕາສ່ວນຕົ້ນທຶນກໍາໄລ (Cost Benefit Ratio)
ກໍາໄລທັງໝົດ ສູດຄິດໄລ່ແມ່ນ: ຕົ້ນທຶນທັງໝົດ = ອັດຕາສ່ວນຕົ້ນທຶນກໍາໄລ 9/18/2018 ອາມອນ ຈັນທະພາວົງ

15 ມູນຄ່າປັດຈຸບັນສຸດທິ (Net Present Value)
ການປຽບທຽບຄ່າໃຊ້ຈ່າຍໃນການລົງທຶນ ແລະ ກະແສການໄຫຼເຂົ້າ ຂອງເງິນສົດສຸດທິ (Net Cash Flows) ຫຼັງການລົງທຶນໄປແລ້ວນັ້ນ ຈະເຮັດໃຫ້ຮູ້ກ່ຽວກັບມູນຄ່າປັດຈຸບັນສຸດທິ. ມູນຄ່າປັດຈຸບັນແມ່ນຄ່າປັດຈຸບັນຂອງເງິນທີ່ຈະໄດ້ຮັບໃນອະນາຄົດ. ເງິນທີ່ໄດ້ຮັບປັດຈຸບັນຈາກການຊໍາລະໜີ້ທີ່ໄດ້ຢືມໃນ 2 ປີ ຜ່ານມາຈະບໍ່ສາມາດຫຼາຍກວ່າເງິນທີ່ໃຫ້ຢືມໃນຕອນນັ້ນ. ດັ່ງນັ້ນເງິນທີ່ຈະໄດ້ຮັບໃນອະນາຄົດຈະຕ້ອງມີການຫຼຸດຄ່າຕາມອັດຕາດອກເບັ້ຍທີ່ເໝາະສົມ. ສູດຂອງການຄິດໄລ່ຄ່າປັດຈຸບັນມີດັ່ງນີ້: -ຈໍານວນປີ/ງວດ ຄ່າການຊໍາລະ x—————————— = ມູນຄ່າປັດຈຸບັນ 1-(1+ອັດຕາດອກເບ້ຍ) ອັດຕາດອກເບ້ຍ 9/18/2018 ອາມອນ ຈັນທະພາວົງ

16 ອັດຕາຜົນຕອບແທນຂອງການລົງທຶນ (Accounting Rate of Return on Investment)
ເພື່ອໃຫ້ໄດ້ຜົນທີ່ໜ້າພໍໃຈໃນການລົງທຶນໃນໄລຍະຍາວ ອັດຕາຜົນຕອບແທນການລົງທຶນຈະຕ້ອງເທົ່າກັບ ຫຼື ຫຼາຍກວ່າຕົ້ນທຶນທີ່ລົງໄປ. ສູດຂອງການຄິດໄລ່ອັດຕາຜົນຕອບແທນມີດັ່ງນີ້: ລາຍຮັບທັງໝົດ - ລາຍຈ່າຍທັງໝົດ - ການເສື່ອມຄ່າ = ກໍາໄລສຸດທິ = ອັດຕາຜົນຕອບແທນຂອງການລົງທຶນ ກໍາໄລສຸດທິ ຕົ້ນທຶນເບື້ອງຕົ້ນທັງໝົດ 9/18/2018 ອາມອນ ຈັນທະພາວົງ

17 ຂໍ້ຈໍາກັດຂອງຕົວແບບການເງິນ (Limitation of Financial Models)
ໃນການວັດແທກຜົນກໍາໄລແມ່ນມີສອງວິທີຄື: ທາງກົງ ແລະ ທາງອ້ອມ. ໃນການວັດແທກຜົນກໍາໄລທາງກົງຈະເຮັດໄດ້ງ່າຍກວ່າການວັດແທກຜົນກໍາໄລທາງອ້ອມ 9/18/2018 ອາມອນ ຈັນທະພາວົງ

18 9.3.2 ສຶກສາຕົວແບບທີ່ບໍ່ແມ່ນແບບການເງິນ (Non Financial and Strategic Considerations)
ການປະເມີນຜົນການລົງທຶນດ້ານຂໍ້ມູນຂ່າວສານອາດນໍາໃຊ້ການປະສົມປະສານລະຫວ່າງຕົວແບບໃນການວິເຄາະດ້ານການ ລົງທຶນ ແລະ ຕົວແບບການຈັດຄະແນນ. ການວິເຄາະການລົງທຶນ ແມ່ນແນໃສ່ການວິເຄາະຄວາມສ່ຽງ ແລະ ຜົນກໍາໄລຂອງການລົງທຶນ ຄວນເລືອກເອົາການລົງທຶນທີ່ມີຄວາມສ່ຽງຕໍ່າ ແລະ ຜົນກໍາໄລສູງ 9/18/2018 ອາມອນ ຈັນທະພາວົງ

19 ຕົວແບບຈັດຄະແນນ (Scoring Models)
ການນໍາໃຊ້ຕົວແບບນີ້ໄດ້ຮຽກຮ້ອງໃຫ້ມີຜູ້ທີ່ເຂົ້າໃຈບັນຫາຕ່າງໆທີ່ນໍາມາສ້າງເປັນຕົວ ແບບເຊັ່ນ ຕົວຢ່າງຂອງການສ້າງຕົວແບບເພື່ອການຕັດສິນໃຈໃນການສ້າງລະບົບຫ້ອງ ການອັດຕະໂນມັດ ເງື່ອນໄຂ ນ້ຳໜັກ Linux UNIX Windows ຄະແນນ ຕອບສະໜອງຄວາມ ຕ້ອງການຂອງຜູ້ໃຊ້ 0.4 2 0.8 3 1.2 4 0.16 ສະດວກໃນການປົກປັກຮັກສາ 0.1 0.2 0.3 ໂອກາດປະສົບຜົນສໍາເລັດ 0.6 ຄະແນນນ້ຳໜັກລວມ 1.6 2.3 2.8 9/18/2018 ອາມອນ ຈັນທະພາວົງ

20 ຂອບໃຈ 9/18/2018 ອາມອນ ຈັນທະພາວົງ


Download ppt "9/18/2018 ບົດທີ9: ການປັບປຸງອົງກອນດ້ວຍຂ່າວສານຂໍ້ມູນ (Redesigning the Organization with Information System) ການໃຊ້ເທັກໂນໂລຊີຂ່າວສານຂໍ້ມູນໄດ້ພົວພັນໂດຍກົງກັບການປ່ຽນແປງການຄຸ້ມຄອງ."

Similar presentations


Ads by Google